ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-12 16:26:23    
ຈີນ​ຍິນ​ດີ​ສຶບ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ສິງ​ກະ​ໂປ​ໃນ​ຂົງ​ເຂດ​ຕ່າງໆ

cri

ຕາມ​ຂ່າວສານ​ຊິນ​ຮວາ​:​ໃນ​ເວລາ​ພົບ​ປະ​ທ່ານຫຼີກ​ວານ​ຢູ ລັດຖະບຸລຸດ​ສິງກະ​ໂປ​ທີ່​ມາ​ຢ້ຽມຢາມ​ຢູ່​ປັກ​ກິ່ງ,ທ່ານ​ຮຸຍ​ລຽງ​ຢູ້ ຮອງນາຍົກລັດຖະມົນຕີຈີນກ່າວ​ວ່າ,ລັດຖະບານ​ຈີນ​ຍິນ​ດີສືບ​ຕໍ່​ຕັ້ງໜ້າ​ຊຸກຍູ້​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ລະຫວ່າງ​ຈີນ​ສິງ​ກະ​ໂປ​ໃນ​ຂົງ​ເຂດ​ຕ່າງໆ ບົນ​ຈິດ​ໃຈ​ທີ່​ໂຄລົບ​​ເຊິ່ງກັນ​ແລະ​ກັນ,ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ຮຸຍ​ລຽງ​ຢູ້ຍັງ​ຍ້ອງຍໍ​ຫຼັກ​ໝັ້ນ​ຂອງ​ລັດຖະບານ​ສິງກະ​ໂປທີ່​ຍຶດໝັ້ນ​ນະ​ໂຍບານ​ຈີນ​ດຽວ,​ຄັດ​ຄ້ານ​​ໄຕ້​ຫວັນ​ເປັນ​ເອກະລາດ.

ທ່ານຫຼີກ​ວານ​ຢູຕັ້ງໜ້າ​ຕີ​ລາຄາ​ການ​ພັດທະນາ​ຂອງ​ການ​ພົວພັນ​ລະຫວ່າງ​ ​ສິງກະ​ໂປຈີນ​ໃນ​ບໍ່​ເທົາ​ໃດ​ປີ​ມາ​ນີ້,ຍ້ອງຍໍຜົນສຳ​ເລັດ​ຂອງ​ການພັດທະນາ​ທີ່ຈີນ​ຍາດ​ມາ​ໄດ້​ນັ້ນໃນ​ລະດັບ​ສູງ.ທ່ານ​ກ່າວສະ​ແດງ​ວ່າ,​ເຖິງ​ວ່າ​ຈີນ​​ໄດ້ປະ​ເຊີນ​ບາງ​ຄວານ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ​ໃນ​ຂະ​ບວນການ​ພັດທະນາ,​ແຕ່​ສິງກະ​ໂປ​ເຊື່ອ​ວ່າ​ຈີນ​​ຈະ​ສຳ​ເລັດ​ຜົນ​ຢ່າງ​ແນ່ນອນ,​ແລະຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ຢ່າງແໜ້ນ​ແຟ້ນ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງນຳ​ກັນ​ຂອງ​ສອງ​ປະ​ເທດ.