ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-13 18:17:28    
ຈີນ​ອອກ​ແຮງ​ສ້າງ​ແທ່ນ​ໃໝ່​ແຫ່ງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ການ​ຄ້າ​ລິກ​ຂະ​ສິດ​ກັບ​ຕ່າງ​ປະ​ເທດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 12 ພຶດສະພາ ງານ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ດ້ານລິກຂະ​ສິດ​ຈີນ​ຄັ້ງປະຖົມມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ຊາງ​ຊ່າ ພາກ​ໃຕ້​ຂອງ​ຈີນ.ທ່ານ​​ລົງ​ຊິ່ນ​ມິນ ຫົວໜ້າ​ກົມ​ລິກຂະ​ສິດ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,ການ​ຈັດ​ໃຫ້​ມີການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ​ເພື່ອ​ສ້າງ​ແທ່ນຄ້າຂາຍ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ແລະ​ການ​ຄ້າ​ລິກຂະ​ສິດ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ.

ຕາມ​ໄດ້​ຊາບ,ນີ້​ແມ່ນ​ກອງ​ປະຊຸມ​ແລະງານ​ວາງສະ​ແດງ​ປະຈຳຊຶ່ງ​ຖື​ການ​ຮ່ວມ​ມື​ແລະ​ການ​ຄ້າ​ທາງ​ລິກຂະ​ສິດ​ເປັນ​ການນຳ​ທາງ​ທີ່​ຈີນ​ຈັດ​ຂຶ້ນເປັນຄັ້ງທຳ​ອິດ.ທ່ານ​​ລົງ​ຊິ່ນ​ມິ​ນ​ເວົ້າວ່າ,ລັດຖະບານ​ຈີນ​ເອົ​າ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ວຽກ​ງານ​ສິດ​ຊັບ​ສິນ​ທາງ​ປັນຍາ​ຊິ່ງລວມທັງ​ລິກຂະ​ສິດ,ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ດ້ານ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​ມາດ​ຕະການ​ສຳຄັນລາຍໜຶ່ງ​ຂອງ​ລັດຖະບານ​ຈີນ​.

​ໃນ​ຖານ​ເປັນ​ອົງການຈັດ​ກອງ​ປະຊຸມ​ແລະ​ວາງສະ​ແດງ​ເປັນ​ປະຈຳ​,ໜ້າ​ທີ່​ຕົ້ນຕໍ​ຂອງງານ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ດ້ານລິກຂະ​ສິດ​ຂອງຈີນ​​ກໍແມ່ນ​ຈັດ​ເວທີ​ປາ​ໄສ​ສຸດ​ຍອດ​ກ່ຽວ​ກັບລິກຂະ​ສິດ​ ຈັດ​ງານວາງສະ​ແດງກ່ຽວ​ກັບ​ລິກຂະ​ສິດ​ແລະການ​ຄ້າ​ລິກຂະ​ສິດຂັ້ນສາກົນ,ອົງການ​ດັ່ງກ່າວຈັດ​ຂຶ້ນ​ປີ​ລະ​ເທື່ອ,​ແລະ​ຕັ້ງຢູ່​ສູນ​ການ​ຄ້າ​ສິ່ງ​ພິມ​ຊາງ​ຊ່າ​.