ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-14 21:34:28    
ຕະ​ຫຼາດ​​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​​ປີ​ນີ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ​ແຕ່​ຕົ້ນປີ​ມາ​ນີ້,ຕະຫຼາດ​ໄປ​ທ່ອງ​ທ່ຽວຕ່າງປະ​ເທດ​ຂອງຈີນ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ຈຳນວນ​ຄົນທີ່​ໄປ​ທ່ອງ​ທ່ຽວ​ຕ່າງປະ​ເທດໃນ​ໄຕ​ມາດ​ທີ​ໜຶ່ງປີ​ນີ້ນັບ​ລວມ​ແລ້ວ​ມີ​ເຖິງ 8 ລ້ານ 5 ​ແສນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ​ກາຍ 16% ຂຶ້ນ​ໄປ.

ນີ້​ແມ່ນທ່ານ​ຊຸ່ນກ່າງ ຮອງຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ສຳ​ມະ​ນາຄົ້ນຄວ້າການທ່ອງທ່ຽວ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ 13 ພຶດສະພາ.ທ່ານ​ແນະນຳ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,​ໄດ້ມີ 124 ປະ​ເທດ​ແລະ​ເຂ​ດ​ແຄວ້ນກາຍ​ເປັນ​ປະ​ເທດ​ທີ່​ພົນລະ​ເມືອງ​ຈີນ​ຈັດຕັ້ງຄະນະ​ໄປທ່ອງ​ທ່ຽວ.ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​​ທີ່​ສົ່ງ​ຄົນໄປທ່ອງ​ທ່ຽວຕ່າງປະ​ເທດ​​ເພີ່ມ​ຂຶ້ນໄວ​ກວ່າ​ໝູ່​ແລະ​ມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.