ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 14:28:24    
ພາກ​ສ່ວນ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ຈະ​ຈັດ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ປີ​ແລກ​ປ່ຽນ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ 60 ກວ່າ​ຮອບ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ:ພາກສ່ວນ​ການທ່ອງທ່ຽວ​ຂອງ​ຈີນ​ຈະ​ຈັດການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ປີ​​ແລກປ່ຽນ​ການທ່ອງ​ທ່ຽວ​ລະຫວ່າງ​ຈີນ​ກັບ​ຍີ​ປຸ່ນ 60 ກວ່າ​ຮອບ​ໃນ​ປີ​ນີ້.

ຂ່າວນີ້​ແມ່ນ​ທ່ານ​ຊຸນ​ກາງ ຮອງ​ຫົວຫນ້າ​ກົມ​ການທ່ອງທ່ຽວ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ໃນ​ຫວ່າງ​ມໍ່ໆ​ນີ້.

ຕາມ​ຊາບ​ວ່າ,​ໃຕ້​ຄວາມ​ພະ​ຍາ​ຍາມ​ພ້ອມ​ກັນ​ຂອງ​ພາກ​ສ່ວນ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຍີ່​ປຸ່ນ,ປີ 2006 ​ໄດ້​ກຳ​ນົດ​ເປັນ​ປີ​ແລກ​ປ່ຽນ​ການ ທ່ອງ​ທ່ຽວ​ຈີນ​ຍີ່​ປຸ່ນ,ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​ໄດ້​ຈັດ​ຂຶ້ນ​ຕາມໆ​ກັນ​ຢູ່​ຈີນ​ແລະ​ຍີ່​ປຸ່ນ.ທ່ານ​ຊຸນ​ກາງ​ແນະ​ນຳ​ວ່າ, ການ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ຈີນ​ໃນ​ປີ​ແລກ ປ່ຽນ​ການ​ທ່ອງ​ທ່ຽວ​ຈີນ​ຍີ່​ປຸ່ນ​ສຳ​ຄັນ​ລວມ​ມີ​ການ​ຈັດ​ງານ​ສຳ​ມະ​ນາ​ການ​ທ່ອງ ທ່ຽວ​ຈີນ​ຍີ່​ປຸ່ນ,ຊຸກ​ຍູ້​ບຸກຄົນ​ໃນ​ຂະ​​ແຫນງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຍີ່​ປຸ່ນ​ແລກ​ປ່ຽນ​ກັນ, ​ເຊື້ອ​ເຊີນ​ສື່​ມວນ​ຊົນ​ຍີ່​ປຸ່ນມາຢາມ​ຈີນ,ຈັດ​ງານ​ແນະ​ນຳ​ການ ທ່ອງ​ທ່ຽວ​ແລະ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ເປັນ​ຕົ້ນ.