ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 17:55:59    
ເຂດ​ຕິ​ເບດ​ສຳ​ເລັດ​ວຽກ​ງານ​ຈົດ​ທະ​ບຽນ​ວັດ​ຖຸບູ​ຮານ​ແສນ​ກວ່າ​ເຄື່ອງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:​​ແຕ່​ປີ1999ມາ​ນີ້,ພາກສ່ວນ​ວັດຖຸບູຮານທຸກຂັ້ນຂ​ອງ​ເຂດ​ຕິ​ເບ​ດ​ເຜົ່າ​ຕິ​ເບ​ດປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ໄດ້​ເລີ່​ມ​ເຮັດ​ວຽກ​ສ້າງ​ສຳ​ເນົາ​ວັດຖຸບູຮານທີ່​ເກັບ​ຮັກສາ​​ໃນຫໍຂອງ​ຫົວໜ່ວຍອະນຸລັກ​ວັດຖຸບູຮານ​ທຸກຂັ້ນ,ນັບ​ມາ​ຮອດ​ປະຈຸ​ບັນ​ໄດ້​ສຳ​ເລັດ​ວຽກ​ງານ​ຈົດ​ທະບຽນວັດຖຸບູຮານ​ແສນ​ກວ່າ​ເຄື່ອງ,​​ແລະໄດ້​ສ້າງ​ສຳ​ເນົາ​ວັດຖຸບູຮານ​ເປັນ​​ແບບ​ສະບັບ​ຂ້ອນ​ຂ້າງ​ດີ.

ຕາມ​ໄດ້​ຊາບ,​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ອະນຸລັກ​ແລະ​ຄຸ້ມ​ຄອງ​ວັດຖຸບູຮານ​ໃນ​ຫໍ,ພາກສ່ວນ​ວັດຖຸບູຮານ​ເຂ​ດຕິເບ​ດ​​ໃຊ້​ພາຫະນະ​ເຕັກນິກ​ທັນ​ສະ​ໄໝ ກວດກາປົກ​ປັກ​ຮັກສາ​ວັດຖຸບູຮານຢ່າງ​ວິທະຍາສາດ,​ເຮັດ​ໃຫ້​ວັດຖຸບູຮານ​ທີ່​ເກົ່າ​ແກ່​​ເປເພຈຳນວນ​ຫຼວງ​ຫຼາຍ​ໄດ້​ຮັບ​ການ​ສ້ອມ​ແປງ​ຢ່າງ​ທັນ​ການ,ສະພາບ​ການ​ເກັບ​ຮັກສາ​ແລະ​ສະພາບ​ແວດ​ລ້ອມ​ຂອງ​ວັດຖຸບູຮານ​ໃນ​ຫໍ​ໄດ້​ຮັບ​ການ​​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ນອກ​ນີ້,ພາກສ່ວນ​ວັດຖຸບູຮານ​ເຂດ​ຕິ​ເບ​ດຍັງ​​ໄດ້​ຊອກເກັບ​ວັດຖຸບູຮານ,​ເຮັດ​​ໃຫ້​ວັດຖຸບູຮານ​ທີ່​ປະ​ເສີດ​ຈຳນວນ​ຫຼວງ​ຫຼາຍ​ທີ່​ແຈກ​ຢາຍ​ຢູ່​ທ້ອງ​ຖິ່ນຕ່າງໆ​ໄດ້​ຮັບ​ການ​ ​ຮັກສາ​ແລະ​ຄຸ້ມ​ຄອງ​ທາງ​ຢ່າງ​ເໝາະ​ສົມ​ແລະ​ຕາມ​ຫຼັກ​ວິທະຍາສາດ.

ຕາມ​ສະຖິຕິ,ປະຈຸ​ບັນ​ຢູ່​ເຂດ​ຕິ​ເບ​ດມີ​ສະຖານ​ທີ່​​ເກັບ​ຮັກສາວັດຖຸບູຮານ​ປະ​ເພດ​ຕ່າງໆ​ລວມ 2000 ກວ່າ​ແຫ່ງ,ມີຫົວໜ່ວຍ​ອະນຸລັກ​ວັດຖຸບູຮານ​ທຸກຂັ້ນ 178 ​ແຫ່ງ.