ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 18:10:59    
ການ​ສຶກ​ສາ​ຊັ້ນ​ສູງ​ລະ​ຫວ່າງ​ຈີນ​ອາ​ຊຽນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຮ່ວມ​ມື​ລະ​ດັບ​ເລິກ​ເຊິ່ງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້,​ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຂອງ​ກະຊວງສຶກສາທິການຈີນ,ມະຫາວິທະຍາ​ໄລສ້າງ​ຄູ​ແຂວງ​ຢຸນນານ​ໄດ້​ກາ​ຍ​ເປັນ"​ໂຮງຮຽນ​ຮັບ​ນັກ​ສຶກສາ​ທີ່​ມີ​ທຶນສຶກສາ​ຈາກ​ລັດຖະບານ​ຈີນ"​ແຫ່ງທີ 99 ຂອງ​ຈີນ.ທັງ​ນີ້​ໝາຍ​ຄວາມ​ວ່າ ​ເມື່ອ​ນັກ​ສຶກສາ​ຂອງ​ບັນດາ​ປະ​ເທດອາ​ຊຽນ​ໄດ້​ຮັບ​ທຶນ​ສຶກສາ​ດັ່ງກ່າວ​ແລ້ວ,ຈະ​ສາມາດ​ມາ​ສຶກສາ​ຢູ່​ໂຮງຮຽນ​ດັ່ງກ່າວ​ໂດຍ​ຟີ.

ຄຽງ​ຄູ່​ກັບ​ຂະ​ບວນການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເລັ່ງ​ໄວ​ເຂົ້າຢ່າງ​ບໍ່​ຢຸດ​ຢັ້ງ,ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ຊັ້ນສູງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ບໍ່​ຈຳກັດ​ຢູ່​ໃນ​ເຂດ​ແຄວ້ນ​ຫຼື​ປະ​ເທດ​ໃດ​ໜຶ່ງ​ແລ້ວ,ຫາກ​ແມ່ນ​ຖື​​ເບື້ອງ​ຫຼັງ​ວັດທະນະທຳ​ຊົນ​ເຜົ່າ​ຂອງ​ຕົນ​ເປັນ​ພື້ນຖານ,ລື່ນ​ກາຍ​ຂອບ​ເຂດ​ປະ​ເທດ,ດຳເນີນ​ການອົບຮົມ​ສຶກສາແລະ​ຈັດ​ສັນ​ແລະ​ເຄື່ອນ​ຍ້າຍຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເປັນ​ແບບ​ສາກົນ​ແລະ​ແບບ​ພາກ​ພື້ນ.