ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 18:15:21    
ຈີນ​ຍິນ​ດີ​ພ້ອມ​ກັບ​ອຸສ​ເບ​ກີ​ສະ​ຕັງ ກຽດ​ກີ​ຊີ​ສະ​ຕັງ​ແລະ​ຮາ​ຊັກ​ສະ​ຕັງ​ລົງ​ເລິກ​ໄປມາຫາສູ່​ກັນ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ

cri Author: da


ພົບປະລັດຖະມົນຕີການຕ່າງປະເທດກຽດກີຊີສະຕັງ

ຕາມ​ຂ່າວCRI: ວັນ​ທີ 15 ພຶດສະພາ ຢູ່​ຊຽງ​ໄຮ້ ທ່ານ​ຫຼີຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຈີນ​ຍິນ​ດີ​ພ້ອມ​ກັບ​ອຸສ​ເບ​ກີ​ສະ​ຕັງ ກຽດ​ກີ​ຊີ​ສະ​ຕັງ​ແລະ​ຮາ​ຊັກ​ສະ​ຕັງສືບ​ຕໍ່ສະໜັບສະໜູນ​ກັນ​ໃນ​ບັນຫາ​ສຳຄັນ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ຄວາມ​ເປັນ​ເອກະລາດ ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ,ຮັກສາ​ການ​ໄປມາຫາສູ່​ກັນ​ລະດັບສູງ,​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ເຊິ່ງກັນ​ແລະ​ກັນ,​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ເປັນ​ຕົ້ນ.


ພົບປະລັດຖະມົນຕີການຕ່າງປະເທດອຸສເບກີສະຕັງ


ມື້​ດຽວ​ກັນ,ທ່ານ​ຫຼີຈ້າວ​ຊິງ​​ໄດ້​ພົບ​ປະ​ທ່ານ​ກາ​ນີ​ເຢັຟ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອຸສ​ເບ​ກີ​ສະ​ຕັງ,ທ່ານ​ເຈັກ​ເຊັນ​ຄູ​ໂຣຟ ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຽດ​ກີ​ຊີ​ສະ​ຕັງ​ແລະ​ທ່ານ​ຈາ​ຄາ​ເຢັຟ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮາ​ຊັກ​ສະ​ຕັງ​ທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ປີ 2006 .ທ່ານ​ຫຼີຈ້າວ​ຊິງໄດ້​​ແລກປ່ຽນ​ຄວາມ​ເຫັນ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສາມ​ທ່ານ​ດັ່ງກ່າວ​ກ່ຽວ​ກັບ​ສະຖານະ​ການ​ພາກ​ພື້ນ ຊຸກຍູ້​ການ​ຮ່ວມ​ມື​ຕົວຈິງ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້ ວຽກງານກະກຽມກອງປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມິຖຸນາ,ບັນດາ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ລະຫວ່າງທະວີ​ພາຄີແລະ​ພາຍ​ໃນ​ຂອບ​ອົງການ​ດັ່ງກ່າວ,ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,ຊຸກຍູ້​​ໃຫ້ການ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງພ້ອມ​ກັນ.


ພົບປະລັດຖະມົນຕີານຕ່າງປະເທດຕາກີສະຕັງ