ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 18:49:12    
ທ່ານ​ຫູ​ຈິນ​ທາວ​ຫວັງ​​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ພະ​ລັງ​ງານ​ເປັນ​ຕົ້ນ​ແຕກ​ດອກ​ອອກ​ຜົນ​ໄວ

cri Author: da
ຕາມ​ຂ່າວCRI:ວັນ​ທີ 16 ພຶດສະພາ ​ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ເວົ້າວ່າ,ຫວັງ​ໃຫ້​ຂະ​ແໜງ​ການ​ທີ່ກ່ຽວຂ້ອງ​ຂອງ​ຈີນ​ກັບຣັດ​ເຊຍ​ຈົ່ງ​ຊຸກຍູ້​ໃຫ້​ສອງ​ຝ່າຍຮ່ວມ​ມື​ກັນ​ໃນ​ໂຄງການ​ໃຫຍ່​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ ພະລັງງານ​​ແລະ​ໄຮ​ເຕັກ,ຍາດ​ແຍ່ງ​ແຕກ​ດອກ​ອອກ​ຜົນໄວ​ແລະຮັບປະສິດທິ​ຜົນ​ໄວ.

​ໃນ​ເວລາ​ພົບ​ປະ​ທ່ານ​ລັຟລົຟ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ,ທ່ານ​ຫູ​ຈີນ​ທາວ​ເວົ້າວ່າ,ຫວັງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດຕັ້ງໜ້າ​ປະຕິບັດ​ຄວາມ​ຮັບຮູ້​ຄື​ກັນ​ທີ່​ສຳຄັນ​ທີ່​ຜູ້ນຳ​ສອງ​ປະ​ເທດ​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ໃນ​ເດືອນ​ມີນາ​ປີ​ນີ້​,ພ້ອມ​ກັນ​ຈັດ​ການ​ເຄື່ອນ​ໄຫວ"ປີ​ປະ​ເທດ"​ໃຫ້​ດີ;ຮັກສາ​ການ​ຮ່ວມ​ມື​ທີ່​ດີງາມ​ລະຫວ່າງ​ສອງ​ປະ​ເທດໃນ​ວຽກ​ງານພະຫຸ​ພາຄີ​ໃນ​ສາກົນ​ແລະ​ໃນພາກ​ພື້ນ,ພ້ອມ​ກັບ​ປະ​ເທດ​ສະມາຊິກ​ອື່ນ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຈະ​ຈັດ​ຂຶ້ນ​​ໃນ​ເດືອນ​ໜ້າ​ໃຫ້​ດີ.

ທ່ານ​ລັຟລົຟ​ເວົ້າວ່າ,ຝ່າ​ຍຣັດ​ເຊຍ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ຕັ້ງໜ້າ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ,ກະກຽມການ​ເຄື່ອນ​ໄຫວ"ປີ​ຈີນ"ທີ່​ຈະຈັດ​ຂຶ້ນ​ຢູ່ຣັດ​ເຊຍ​ໃນ​ປີໜ້າ​ໃຫ້​ດີ,ຮັກສາ​ການ​ປຶກສາ​ຫາລື​ແລະ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​​ພາຍ​ໃນ​ຂອບ​ອົງການ​ຮ່ວມ​ມື​ຊຽງ​ໄຮ້.

ມື້​ດຽວ​ກັນ​,ທ່ານ​ຫຼີຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ລັຟລົຟ.