ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 20:26:18    
ຈີນ​ຍ້ອງ​ຍໍ​ຫຼັກ​ໝັ້ນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ທີ່​​ທຸ່ມ​ເຫື່ອ​ເທ​ແຮງ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ

cri Author: da
ຕາມ​ຂ່າວCRI:ວັນ​ທີ 16 ພຶດສະພາ ​​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ ທ່ານລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຝ່າຍຈີນ​ຍ້ອງຍໍ​ຫຼັກ​ໝັ້ນຂອງ​ສະຫະພາບ​ເອີ​ລົບທີ່​ທຸ່ມ​ເຫື່ອ​ເທແຮງ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ໂດຍ​ຜ່ານ​ການ​ເຈລະຈາ.

ກ່ຽວ​ກັບສື່​ມວນ​ຊົນ​ແຈ້ງ​ຂ່າວ​ເຢຍລະມັນ ອັງກິດ ຝຣັ່ງສະ​ເໜີ​ແຜນການ​ພວງ​ໜຶ່ງ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​,ທ່ານ​ລິວ​ຈ້ຽນຊ່າວ​ເວົ້າວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ສະຫະພາບ​ເອີ​ລົບ​ສະ​ເໜີ​ແຜນການ​ພວງ​ໜຶ່ງ​ທີ່​ສົມ​ເຫດ​ສົມ​ຜົນ ຮອບດ້ານ​ແລະ​ສະ​ໝ່ຳສະ​ເໝີ,​ແລະ​ຟື້ນ​ຟູ​ການ​ເຈລະຈາ​ກັບ​ອີຣານບົນ​ພື້ນຖານ​ດັ່ງກ່າວ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.ພ້ອມ​ກັນນັ້ນ ທ່ານ​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ສະ​ແດງ​ທ່າ​ທີ​ອັນຕັ້ງໜ້າ​​ເພື່ອ​ຈັດການ​ເຈລະຈາ​ທາງ​ການ​ທູດ​ຮອບ​ໜ້າ.

ມີ​ນັກ​ຂ່າວ​ຖາມ​ວ່າ,ທ່ານ​ອາ​ຮາ​ມາດີ ​ເນ​ຈາດ ປະທານາທິບໍດີ​ອີຣານຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຈະ​ຈັດ​ຂຶ້ນ​​ໃນ​ເດືອນ​ໜ້ານັ້ນຫຼື​ບໍ່,ທ່ານ​ລິວ​ຈ້ຽນຊ່າວ​ເວົ້າວ່າ,ອີຣານ​ແມ່ນ​ປະ​ເທດ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້,ກອງ​ປະຊຸມ​ສຳຄັນຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທຸກ​ຄັ້ງກໍ​ຕ້ອງ​ເຊີນ​ຜູ້ນຳ​ປະ​ເທດ​ນັກ​ສັງ​ເກດ​ການ​ເຂົ້າຮ່ວມ,ຈີນ​ໂຄລົບ​ການ​ຕົກລົງ​ຂອງ​ຜູ້ນຳ​ອີຣານ,ຍິນ​ດີ​ຕ້ອນຮັບ​ຜູ້ນຳອີຣານ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້.