ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 21:02:32    
ເຂົ້ານາທີ່ປູກແບບຜັກແປ້ນໄດ້

cri

ຈີນແມ່ນປະເທດທີ່ນຳໃຊ້ທ່າແຮງເຂົ້ານາປະສົມພັນກ່ອນຫມູ່ແລະສຳເລັດຜົນກວ່າໝູ່
ໃນໂລກ,ການປູກເຂົ້ານາປະສົມພັນໂດຍທົ່ວໄປໄດ້ນຳເອົາຜົນປະໂຫຍດທາງເສດຖະ
ກິດແລະສັງຄົມອັນມະຫາສານມາໃຫ້ປະເທດຈີນ,ແຕ່ວ່າຍ້ອນວິທີຜະລິດແນວເຂົ້າປະ
ສົມພັນໂດຍທົ່ວໄປໄດ້ນຳເອົາຜົນປະໂຫຍດທາງເສດຖະກິດແລະສັງຄົມອັນມະຫາສານ
ມາໃຫ້ປະເທດຈີນ,ແຕ່ວ່າຍ້ອນວິທີຜະລິດແນວເຂົ້າປະສົມພັນສັບສົນ,ບໍ່ພຽງແຕ່ກິນເວ
ລາຫຼາຍທໍ່ນັ້ນ,ຕົ້ນທຶນກໍສູງ,ສະນັ້ນ,ຊາວນາຕ້ອງຊື້ແນວເຂົ້າປູກທຸກປີ.ແຕ່ວ່າ,ເຂົ້ານາ
ແບບໃຫມ່ຊະນິດໜຶ່ງເຮັດໃຫ້ຄົນທັງຫຼາຍບັນລຸຄວາມຝັນທີ່ເຮັດໃຫ້ເຂົ້ານາປະສົມພັນ
ປູກໄດ້ຫຼາຍປີແລະສືບພັນແບບອະເພດ,ເຂົ້າພັນໃຫມ່ຊະນິດນີ້ເຮັດໃຫ້ເຂົ້ານາຄືກັນ
ກັບຜັກແປ້ນ,ເມື່ອປູກໃຫຍ່ແລ້ວ,ກ່ຽວເອົາເທື່ອໜຶ່ງ,ປະໄວ້ໃຫ້ມັນໃຫຍ່ອີກແລ້ວກ່ຽວ
ເອົາໄດ້ອີກ,ຫມາຍຄວາມວ່າ,ແຕ່ນີ້ໄປ,ການປູກເຂົ້ານາບໍ່ຕ້ອງຕົກກ້າດຳນາທຸກເທື່ອ
ຄືແຕ່ກ່ອນອີກ,ປະຢັດກຳລັງຄົນ ກຳລັງວັດຖຸແລະກຳລັງຊັບຍ້ອນບໍ່ຕ້ອງການຊື້ແນວ
ເຂົ້າປູກແລະໂຖນາຄືນອີກ,ມີແຕ່ບົວລະບັດຕາມແບບແຜນທຳມະດາໃນລະດູການ
ອັນເມາະສົມ,ກໍສາມາດເຮັດໃຫ້ເຂົ້ານາເກັບກ່ຽວໄດ້ຫຼາຍຂຶ້ນຢ່າງສະຫມ່ຳສະເຫມີ.

ຕາມທ່ານຮູເຟີ້ງຢື້ແລະທ່ານທາງຕ້າຢຸນ ນັກຄົ້ນຄວ້າໃນສະຖາບັນຄົ້ນຄວ້າທັນຍາ
ຫານສະພາບັນດິດວິທະຍາສາດກະສິກຳແຂວງຢຸນນານ,ຜູ່ບົ່ມເພາະເຂົ້ານາຊະນິດ
ໃໝ່ດັ່ງກ່າວແນະນຳວ່າ,ໃນການປະຕິບັດຕົວຈິງຫຼາຍປີ,ພວກທ່ານໄດ້ປະກົດເຫັນ
ວ່າ,ເຂົ້ານາປ່າທີ່ມີແນວພັນໃກ້ຊິດກັບເຂົ້ານາທີ່ປູກເອົານັ້ນ,ໄດ້ສືບພັນແບບອະເພດ
ດ້ວຍເຫງົ້າໃຕ້ດິນໃນສະພາບທຳມະຊາດ,ເອົາເຂົ້າສານຈ້າວຄຸນນະພາບດີຂອງໄທ
ເປັນພັນແມ່ປະສົມກັບເຂົ້ານາປ່າ,ກໍໄດ້ຮັບພັນປະສົມຮຸ້ນແອຟໜຶ່ງ,ແລະປູກຢູ່ນາທົດ
ລອງທີ່ມີດິນຕອນກວ້າງໃຫຍ່ຢູ່ແຂວງໄຫຫຼຳ,ຜົນການທົດລອງກໍຄືກັບສິ່ງທີ່ພວກ
ທ່ານຄາດໄວ້ເຫງົ້າໃຕ້ດິນຂອງເຂົ້າປະສົມພັນຊະນິດນີ້ໃຫຍ່ຫຼາຍ,ບໍ່ນ້ອຍຄືເຫງົ້າ
ຂອງເຂົ້ານາປະສົມພັນທຳມະດາແລະເຫງົ້າເຂົ້ານາໃຫຍ່ຊະນິດນີ້ສາມາດແຜ່ອອກ
ຢ່າງວ່ອງໄວພາຍໃນເວລາສັ້ນ,ແລະຍ້ອນວ່າເຫງົ້າຕົ້ນເຂົ້າຖືກຝັງຢູ່ໃຕ້ດິນ,ມັນຈຶ່ງສາ
ມາດຕ້ານຄວາມແຫ້ງແລ້ງ,ຕ້ານອຸນຫະພູມຕຳ່ແລະອື່ນໆໃນລະດັບອັນແນ່ນອນ,
ການໃຊ້ວິທີສືບພັນແບບອະເພດດ້ວຍເຫງົ້າໃຕ້ດິນເພື່ອເຮັດໃຫ້ຈຸດດີຂອງພັນປະສົມ
ຄົງຕົວນັ້ນໄດ້ມີຕົວຢ່າງສຳເລັດຜົນມາກ່ອນແລ້ວໃນພືດກະສິກຳອື່ນຈຳນວນໜຶ່ງ,ເຊັ່ນ
ອ້ອຍ ໄມ້ປ່ອງແລະຜັກແປ້ນເປັນຕົ້ນ,ຖ້າເອົາແຊນຂອງເຫງົ້າໃຕ້ດິນຂອງເຂົ້ານາປ່າ
ປະສົມໃສ່ເຂົ້ານາ,ນອກຈາກປູກເທື່ອນໜຶ່ງເກັບກ່ຽວໄດ້ຫຼາຍເທື່ອແລ້ວ,ສິ່ງສຳຄັນ
ກວ່ານັ້ນແມ່ນສາມາດເຮັດໃຫ້ຈຸດດີຂອງພັນປະສົມຄົງຕົວດ້ວຍການສືບພັນແບບອະ
ເພດ,ຊາວນາບໍ່ຕ້ອງຊື້ແນວເຂົ້າປູກທຸກປີ,

ຂະແຫນງການກະສິກຳກໍບໍ່ຕ້ອງຜະລິດແນວເຂົ້າປູກທຸກປີແລະເຮັດໃຫ້ຄວາມໄຝ່ຝັນ
ທີ່ຢາກເຜີຍແຜ່ເຂົ້າປະສົມພັນຢ່າງຂະຫນາດໃຫຍ່ນັ້ນກາຍເປັນເລື່ອງຈິງເຂົ້ານາແບບ
ດັ້ງເດີມແມ່ນປູກເທື່ອໜຶ່ງ,ເກັບກ່ຽວເທື່ອໜຶ່ງຫຼືສອງເທື່ອ,ຕົກກ້າດຳນາທຸກປີ,ແຕ່ເຂົ້າ
ນາທີ່ເກີດຫຼາຍປີຊະນິດນີ້ພັດບໍ່ຕ້ອງເຮັດແບບເຫງົ້າສູ່ປີ,ງ່າຍກວ່າເກົ່າຫຼາຍ,ທັງປະ
ຢັດແນວປູກ,ຟຸ່ນເຄມີ,ແຮງງານຜ້າຢາງແລະອື່ນໆ,ຕົ້ນທຶນຕ່ຳລົງຢ່າງຫຼວງຫຼາຍ,ພ້ອມ
ກັນນັ້ນ,ຍ້ອນວ່າເຂົ້ານາແນວໃຫມ່ມີແຕ່ປັກດຳເທື່ອດຽວ,ຈຶ່ງບໍ່ຕ້ອງຄາດໄຖພວນດິນ
ເລື້ອຍໆ,ເຊິ່ງເຮັດໃຫ້ດິນແລະນ້ຳໄຫຼຫນີແລະດິນຕົມນອນຈົມພື້ນແມ່ນ້ຳ,ຄຽງຄູ່ກັບວິທີ
ປູກເຂົ້ານາທີ່ສືບທອດກັນມາຫຼາຍພັນປີຖືກປ່ຽນແປງ,ປະສິດທິຜົນທາງເສດຖະກິດແລະ
ຊີວະພາບທີ່ມັນນຳເອົາມານັ້ນແມ່ນເຫັນໄດ້ຢ່າງງ່າຍດາຍ.

ຄັນຊັ້ນຫມາກຜົນໃນນາທົດລອງດ່ັງກ່າວ,ອີກດົນປານໃດຈຶ່ງນຳໃຊ້ຕົວຈິງໄດ້,ເພື່ອໃຫ້
ຊາວນາອັນໄພສານໄດ້ຮັບຜົນນຳກັນ

ທ່ານທາວຕ້າຢຸນເວົ້າວ່າ,ເຖິງວ່າດຽວນີ້ການນຳໃຊ້ເຫງົ້າໃຕ້ດິນຂອງຕົ້ນເຂົ້າມາບົ່ມເພາະ
ເຂົ້າປະສົມພັນທີ່ເກີດໄດ້ຫຼາຍປີນັ້ນໄດ້ມີການບຸກທະລຸອັນສຳຄັນແລ້ວກໍຕາມ,ແຕ່ຍ້ອນວ່າ,
ການສືບທອດຂອງເຫງົ້າໄຕ້ດິນມີແຕ່ດຳເນີນຮອດຮຸ້ນທີສອງ,ລັກສະນະບໍ່ດີບາງຢ່າງຍັງ
ບໍ່ລິອອກຫມົດເທື່ອ,ຍັງຕ້ອງການເວລາມາເຮັດໃຫ້ຈຸດດີຄົງຕົວ,ສອງແມ່ນຮູບຂອງຕົ້ນ
ເຂົ້າປະສົມພັນຊະນິດນີ້ບໍ່ງາມປານໃດ,ໃບມັນຊະອອກເທິງໃບມີຫນາມແລະເມັດເຂົ້າຫຼົ່ນ
ງ່າຍ.ບວກກັບເຂົ້າພັນດີຂອງໄທທີ່ເອົາມາເຮັດເປັນພັນແມ່ນັ້ນໄລຍະເຕີບໂຕຍາວນານ,
ບໍ່ເຫມາະກັບເງື່ອນໄຂປູກຝັງຂອງຈີນປານໃດ.ສະນັ້ນຈຶ່ງຕ້ອງການຄົ້ນຄວ້າຕໍ່ໄປ,ຊອກ
ຫາເອົາຕົ້ນທີ່ງາມຫມົດສູ່ປ່າງຫຼືຫຼາຍຕົ້ນປະສົມກັນແລ້ວໃຫ້ເຫງົ້າໃຕ້ດິນສືບພັນກັນ
ໄດ້ຫຼາຍຮຸ້ນກໍສາມາດເຮັດໃຫ້ຄຸນລັກສະນະຂອງມັນສຸກງ່ອມ.

ຕໍ່ໄປ,ພະນັກງານວິທະຍາສາດເຕັກນິກຂອງສະຖາບັນຄົ້ນຄວ້າທັນຍາຫານຂອງສະພາ
ບັນດິດວິທະຍາສາດກະສິກຳແຂວງຢຸນນານຈະດັດແປງຫມາກຜົນການຄົ້ນຄວ້າໃຫ້
ສົມບູນຂຶ້ນຕື່ມອີກແລະສ້າງເຕັກນິກປູກຝັງຂຶ້ນອີກປະມານ5ປີຮອດ10ປີ,ການຄົ້ນ
ຄວ້າອັນກ້າວຫນ້າລາຍນີ້ກໍຈະນຳໃຊ້ເຂົ້າໃນການຜະລິດກະສິກຳໄດ້.