ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-22 16:14:39    
ທ່ານ​ຊາວ​ກ່າງ​ຊ່ວນ​ພົບ​ປະ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ກອງ​ທັບ​ໄທ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 22 ພຶດສະພາ, ຢູ່ທີ່​ປັກ​ກິ່ງ, ທ່ານພົນ​ເອກ​ຊາວ​ກ່າງ​ຊ່ວນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ເຣືອງ​ໂຣດ ມະຫາ​ສາລາ​ນົນ ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ​ໄທ​​ພ້ອມ​ດ້ວຍ​ຄະນະທີ່​ມາ​ຢ້ຽມຢາມ.

ທ່ານ​ຊາວ​ກ່າງ​ຊ່ວນ​ເວົ້າ​ວ່າ, ສະ​ເພາະ​ໜ້າ​ນີ້, ການ​ພົວພັນ​ຈີນ​ໄທ​ພວມ​ພັດທະນາ​ກ້າວ​ໄປ​​ໜ້າ​ຢ່າງ​ໜັກ​ແໜ້ນ, ຊັ້ນ​ສູງ​ສອງ​ປະ​ເທດ​​ໄປມາຫາ​ສູ່​ກັນ​ຢ່າງ​ເນື່ອງນິດ, ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ຄື ການ​ເມືອງ, ​ເສດຖະກິດ, ການ​ທະຫານ​ແລະ​ວັດທະນະທຳ​ເປັນ​ຕົ້ນ​ກໍ​ໄດ້​ຮັບ​ໝາກຜົນອຸດົມ​ສົມບູນ​. ການ​ພັດທະນາ​​ຂອງ​ການ​ພົວພັນ​ຈີນ​ໄທ​ບໍ່ພ​ຽງ​ໄດ້​ສ້າງ​ຄວາມສຸກ​ໃຫ້​ປະຊາຊົນ​ສອງຊາດ​ທໍ່​ນັ້ນ, ​ຍັງ​ໄດ້​ຊຸກ​ຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​.

ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ທິດ​ທາງ​ປອງ​ດອງ​ກັນ​ກັບປະ​ເທດ​ໃກ້​ຄຽງ, ຖື​ປະ​ເທດ​​ໃກ້​ຄຽງ​ເປັນ​ເພື່ອນ​ທີ່​ດີ, ຈະ​ພ້ອມ​ກັບ​ຝ່າຍ​ໄທເພີ່ມ​ທະວີ​ການ​ປະ​ສານ​ສົມທົບ​ກັນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ​, ຊຸກ​ຍູ້​ໄມຕີ​ຈິດຮ່ວມ​ມື​ລະຫວ່າງສອງ​ກອງທັບ​ກ້າວ​ຂຶ້ນສູ່​ລະດັບ​ໃໝ່, ​ຊຸກ​ຍູ້ການ​ຮ່ວມ​ມື​​ຍຸດ​​ທະ​ສາດລະ​ຫວ່າງ​ສອງ​ປະ​ເທດກ້າວຂຶ້ນ​ສູ່​ລະດັບ​ສູງ​ໃໝ່ຢ່າງຮອບດ້ານ.

ທ່ານ​ເຣືອງ​ໂຣດ​ເວົ້າ​ວ່າ, ​ໄທ​ຈີນ​ແມ່ນ​ປະ​ເທດ​​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ, ​ໄດ້​ຮັກສາ​ການ​ພົວພັນ​​ໄມຕີຈິດ​ຮ່ວມ​ມື​​ໂດຍຕະຫຼອດໃນ​ໄລຍະ​ຍາວ​ນານມາ​ນີ້. ກອງທັບ​ໄທ​ຍິນ​ດີ​ສືບ​ຕໍ່ພັດທະນາ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ກອງທັບ​ຈີນ​.