ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 18:21:49    
ໄທ​ຕັ້ງສະຖານກົງສູນ​ໃຫຍ່​ຢູ່​ນະ​ຄອນ​ເສີງ​ຕູ່​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ​ໄທ​ໄດ້​ຕັ້ງສະຖານກົງສູນ​​ໃຫຍ່​ຢູ່​ນະຄອນ​ເສີງ​ຕູ່​ຢ່າງ​ເປັນ​ທາງ​ການ, ​ເຂດ​ກົງ​ສູນ​ລວມທັງ​ແຂວງ​ເຊ​ສວນ​ແລະ​ນະຄອນ​ຈຈຸ່ງກິ່ງ.

ວັນ​ທີ 17 ພຶດສະພາ, ​ໂດຍ​ໄດ້​ຮັບ​ການອະນຸມັດ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ຫ້ອງການ​ສະຖານກົງ​ສູນ​ຂອງໄທ​ປະຈຳ​​ເສີງ​ຕູ່​ໄດ້​​ເລື່ອນ​ຊັ້ນ​ເປັນ​ສະຖານກົງສູນ​ໃຫຍ່​ຢ່າງ​ເປັນ​ທາງ​ການ.

ເດືອນ​ເມສາ​ປີ 2005, ​ໄທ​ໄດ້​ສ້າງ​ຫ້ອງການສະຖານ​ກົງ​ສູນປະຈຳ​​ເສີງ​ຕູ່, ​ເພື່ອ​​ເຮັດ​ວິຊາ​ປະ​ເພດ​ຕ່າງໆ​ໃຫ້​ຊາວ​ເສິງ​ຕູ່​ທີ່​ໄປ​ໄທ. ກ່ອນ​ໜ້າ​ນີ້, ​ໄທ​ໄດ້​ສ້າງ​ສະຖານກົງສູນ​ໃຫຍ່​ຢູ່​ນະຄອນ​ຄຸນ​ມິ​ງ​ແຂວງ​ຢຸນນານ​ແລ້ວ, ຂອບ​ເຂດ​ບໍລິການ​ລວມທັງ​ແຂວງ​ເຊ​ສວນ. ​ແຕ່​ຍ້ອນການ​ແລກປ່ຽນ​ລະຫວ່າງ​ແຂວງ​ເຊ​ສວນ​ກັບ​ໄທ​​ໄດ້​ຂະຫຍາຍຕົວຢ່າງ​ວ່ອງ​ໄວ​ທີ່​ສຸດ, ສະຖານກົງສູນ​​ໃຫຍ່​ປະຈຳ​ຄຸນ​ມິ​ງຈຶ່ງບໍ່​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ບໍລິການ​ທີ່​ຫຼວງຫຼາຍປານ​ນີ້​. ສະນັ້ນ, ປີ 2005, ລັດຖະບານ​ໄທ​ຕົກລົງ​ສ້າງ​ອົງການ​ກົງ​ສູນ​ຢູ່​ນະຄອນ​ເສີງ​ຕູ່.