ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 20:05:48    
ຝ່າຍ​ຕຳຫຼວດຈີນ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕຳ​ຫຼວດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ຕື່ມ​ອີກ

cri
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 23 ພຶດສະພາ​ຢູ່​ທີ່​ກົວ​ລາ​ລຳ​ເປີ, ທ່ານ​ຈ່າງ​ຊິນ​ເຟີ​ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ກ່າວ​ວ່າ, ຝ່າຍ​ຕຳຫຼວດຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕຳຫຼວດບັນດາ​ປະ​ເທດ​ອາ​ຊຽນຕື່ມ​ອີກ, ພ້ອມ​ກັນ​ສ້າງ​ກົນ​ໄກ​ຮ່ວມ​ມື​ປະຕິບັດ​ກົດໝາຍ​​ໃນ​ພາກ​ພື້ນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ຈ່າງ​ຊີ​ນ​ເຟິງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຕຳຫຼວດ​ປະ​ເທດ​ອາ​ຊຽນຄັ້ງທີ 26 ທີ່​ໄຂ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 23 ພຶດສະພາ. ທ່ານ​ກ່າວ​ວ່າ, ກົນ​​ໄກ​ກອງ​ປະຊຸມ​ສຸດ​ຍອດ​ຕຳຫຼວດປະ​ເທດ​ອາ​ຊຽນ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແລະ​ການ​ຮ່ວມ​ມືປະຕິບັດ​ກົດໝາຍ​ຂອງຝ່າຍ​ຕຳຫຼວດ​​ໃນພາກ​ພື້ນ​ຕົນ.

ຫົວໜ້າ​ຫຼືຜູ້ຕາງໜ້າ​ຂອງ​ອົງການ​ຕຳຫຼວດຂອງ 10 ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.