ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 18:47:00    
ຈີນ​​ແລະຝັ່ຼງ​ເລີ່ມປະ​ຕິ​ບັດ​ແຜນ​ການ​ແລກ​ປ່ຽນ​ຊາວ​ໜຸ່ມ​ຢ່າງ​ເປັນ​ທາງ​ການ

cri Author: mo
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 24 ພຶດສະພາ, ຈີນ​ແລະ​ຝຣັ່ງຕ່າງ​ຈັດ​ງາ​ນຖະ​ແຫລງຂ່າວ​​ໃນ​ຂະນະ​ດຽວ​ກັນ​ຢູ່​ທີ່​ປັກ​ກິ່ງ​ແລະ​ປາລີ, ​​ເລີ່​ມປະຕິບັດ​ແຜນການ​ແລກປ່ຽນ​ຊາວ​ໜຸ່ມ 800 ຄົນ​ຢ່າງ​ເປັນ​ທາງ​ການ. ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ເດີ ວິນ​ແປງ ນາຍົກລັດຖະມົນຕີຝຣັ່ງຕ່າງ​ຝາກ​ໂທລະ​ເລກ​ອວຍພອນ​ການ​​ເລີ່​ມປະຕິບັດ​ແຜນການ​ດັ່ງກ່າວ.

ຕາມ​ແຜນການ​ດັ່ງກ່າວ, ​ໃນ​ປີ 2006, ຈະ​ມີ​ຊາວ​ໜຸ່ມ​ຝຣັ່ງ 400 ຄົນ(ອາຍຸ​ແຕ່​ 18 ປີ​ຫາ 35 ປີ)ມາ​ຢ້ຽມຢາມ​ຈີນ​ຕາມ​ຄຳ​ເຊີນ​ຂອງລັດຖະບານ​ຈີນ, ປີ 2007 ຈະ​ມີ​ຊາວ​ໜຸ່ມ​ຈີນ 400 ຄົນ​​ໄປ​ຢາມ​ຝຣັ່ງຕາມ​ຄຳ​ເຊີນ​ຂອງ​ລັດຖະບານ​ຝຣັ່ງ. ທ່ານຢາງ ຝຼັ່ງ​ໂຊ​ວາ ລາ​ມົວ ລັດຖະມົນຕີ​ກະຊວງ​ຊາວ​ໜຸ່ມ​ແລະ​ກິລາ​ຝຣັ່ງ​ແລະ​ທ່ານ​ຈ້າວ​ຈີ້​ນຈຸ່ນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຝຣັ່ງ​ໄດ້​ເຂົ້າຮ່ວມ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປາລີ​ໃນ​ວັນ​ທີ 24 ພຶດສະພາ. ທ່ານລາ​ມົວ​ເວົ້າວ່າ, ​ບໍ່​ຕ້ອງ​ສົງ​​ໄສ​ວ່າ ​ແຜນການ​ແລກປ່ຽນ​ຊາວ​ໜຸ່ມ​ຝຣັ່ງຈີນ​ສາມາດ​ເຮັດ​ໃຫ້ບຸກຄົນ ອົງການ​ຈັດຕັ້ງ​ແລະ​ບໍລິສັດ​ຂອງ​ສອງ​ປະ​ເທດ​ພົວພັນ​ກັນຍິ່ງ​ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ຈ້າວ​ຈີ້​ນຈຸ່ນ​ກ່າວ​ວ່າ, ຫວັງ​ໃຫ້ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ສາມາດ​ກາຍ​ເປັນ​ການ​ເລີ່​ມຕົ້ນທີ່​ດີງາມ, ທັງ​ຈໍ່​ຕົວ​ຂຶ້ນ​ເປັນ​ກົນ​ໄກ​ຖາວອນ​​ແຫ່ງ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມຈີນ​ຝຣັ່ງ.