ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-26 20:51:34    
ງານ​ວາງສະ​ແດ​ງປື້​ມ​ເອກະ​ສານ​ບູຮານ​ອັນ​ລ້ຳ​ຄ່າ​ຂອງ​ຈີນ​ແລະ​ໝາກ​ຜົນ​ອະ​ນຸລັກ​ໄດ້​ຈັດ​ຂຶ້ນ

cri Author: mo
ຕາມ​ຂ່າວ​CRI: ງານ​ວາງສະ​ແດງ​ປື້​ມເອກະສານ​ບູຮານ​ອັນ​ລ້ຳ​ຄ່າ​ຂອງ​ຈີນ​ແລະ​ໝາກຜົນ​ອະນຸລັກ​ທີ່​ກະຊວງ​ວັດທະນະທຳ​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ນັ້ນ​ໄດ້​ວາງສະ​ແດງໂດຍ​ບໍ່​ເກັບ​ຄ່າຕໍ່​ມວນ​ຊົນ​ຢູ່​ຫໍສະ​ໝຸດ​ແຫ່ງ​ຊາດ​ຈີນ​​ແຕ່​ວັນ​ທີ 26 ພຶ​ດສະພາ​ຫາ​ວັນ​ທີ 25 ມິຖຸນາ.

ງານ​ວາງສະ​ແດງ​ຄັ້ງນີ້​ແມ່ນ​ງານ​ວາງສະ​ແດງປື້ມ​ເອກະສານ​ບູຮານ​ອັນ​ລ້ຳ​ຄ່າ​ແລະ​ໝາກຜົນ​ອະນຸລັກ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​​​​ໃນ​ປະຫວັດສາດ​ຈີນ, ​ໄດ້ວາງສະ​ແດງປື້​ມ​ເອກະສານ​ອັນ​ລ້ຳ​ຄ່າ​ 200 ກວ່າ​ສະບັບຂອງ​ຫໍສະ​ໝົດ​ແຫ່ງ​ຊາດ​ແລະ​ຫໍສະ​ໝົດ 14 ​ແຫ່ງ​ຂອງ​ທົ່ວ​ປະ​ເທດ, ຍັງ​ໄດ້​ວາງສະ​ແດງ​ວິທີ​ຮັກສາ​ປື້​ມ​ບູຮານ​ແລະ​ປື້​ມຍຸກປັດຈຸ​ບັນ​ຂອງ​ຈີນ​ຢ່າງຮອບດ້ານ.

ຕາມ​ຊາບ​ວ່າ, ​ແຕ່​ປີ 2002 ​ເປັນຕົ້ນມາ, ລັດຖະບານ​ຈີນ​ໄດ້​ລົງທຶນ​ກ້ອນ​ໃຫຍ່​ປະຕິບັດ​ກິ​ດຈະ​ການສ້າງ​ສະບັບ​ສຳ​ເນົາຂອງ​ຈີນ, ​ໄດ້​ສຳ​ເນົາ​ແລະພິມ​ຈຳໜ່າຍ​ປື້ມເອກະສານ​ທີ່ມີ​ໜ້ອຍ​ທີ່​ສຸດ 500 ກວ່າ​ເຫຼັ້ມ, ທັງ​ໄດ້​ອະນຸລັກ​ປື້​ມເອກະສານ​ບູຮານ​ເຫຼົ່ານີ້, ທັງສ້າງ​ຄວາມ​ສະດວກ​ໃຫ້​ປວງ​ຊົນ​ຊອກ​ອ່ານ.