ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-27 17:35:07    
ທ່ານ​ຊາວ​ກ່າງ​ຊ່ວນພົບ​ປະ​ຜູ້​ບັນຊາ​ການ​ກອງປະກອບ​ອາວຸດ​ມາ​ເລ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ26 ພຶດສະພາ,ຢູ່​ປັກ​ກິ່ງ,ທ່ານ​ຊາວ​ກ່າງ​ຊ່ວນ ລັດຖະມົນຕີ​ກະຊວງ​ການ​ປ້ອງ​ກັນຊາ​ດຈີນ​ໄດ້​ພົບ​ປະ​ທ່ານ​ອານ​ວາ ຜູ້​ບັນຊາ​ການ​ກອງ​ປະກອບ​ອາວຸດ​ມາ​ເລ​ເຊຍ​ທີ່ພວມ​ຢ້ຽມຢາມ​ຢູ່​ຈີນ.

ທ່ານ​ຊາວ​ກ່າງ​ຊ່ວນກ່າວ​ວ່າ,ຈີນ​ກັບ​ມາ​ເລ​​ເຊຍ​​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ດ້ານການ​ເມືອງ,​ໄດ້​ກາຍ​ເປັນ​ຄູ່​ຂາ​ຮ່ວມ​ມື​ອັນ​ສຳຄັນ​ໃນດ້ານ​​ເສດຖະກິດ,ມີ​ຄວາມຮັບ​ຮູ້​ຄື​ກັນອັນ​ກວ້າງຂວາງ​ໃນ​ຫຼາຍບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່ສຳຄັນ,​ແລະ​ມີ​ການ​ປະສານ​ງານ​ກັນແລະ​ສົມທົບ​ກັນ​ເປັນ​ຢ່າງ​ດີ.​ທ່ານ​ກ່າວ​ວ່າ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່ນຳ​ກນ​ພັດທະນາ​ການ​ພົວພັນ​ໄມຕີ​ຈິດ​ຮ່ວມ​ມືລະຫວ່າງ​ຈີນ​ມາ​ເລ​ເຊຍ​ໃນ​ລະດັບ​ສູງ,ຍິນ​ດີພ້ອມ​ກັບ​ຝ່າຍ​ມາ​ເລ​ເຊຍ​ພະຍາຍາມ​,ຊຸກຍູ້​ການ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງ​ແລະ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ທີ່​ສ້າງ​ຂຶ້ນບົນ​ພື້ນຖານ​ທີ່​ໂຄລົບ​ເຊິ່ງກັນ​​ແລະ​ກັນນັ້ນ​ມີ​ການຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,ສ້າງ​ຄວາມສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ອານ​ວາ​ກ່າວ​ວ່າ,ຝ່າຍ​ມາ​ເລ​ເຊຍ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ,ພະຍາຍາມ​ຮັກສາ​ສະ​ຖຽງ​ລະ​ພາບ​ຂອງ​ພາກ​ພື້ນ,ຊຸມ​ຍູ້​ການ​ພັດທະນາ​ຮ່ວມ​ກັນ.