ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-29 10:27:21    
ສວນ​ວາງ​ສະ​ແດງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ທັນ​ສະ​ໄຫມ​ຈີນ​ອາ​ຊຽນ​​ໄດ້​ລົງ​ມື​ກໍ່​ສ້າງ

cri Author: sayvanny
ຕາມ​ຂ່າວ​ສານ​ຈີນ:ວັນ​ທີ 28 ພຶດ​ສະ​ພາ ສວນ​ວາງ​ສະ​ແດງ​ວິ​ທະ​ຍາ ສາດ​ເຕັກ​ນິກ​ກະ​ສິ​ກຳ​ທັນ​ສະ​ໄຫມ​ຈີນ​ອາ​ຊຽນ​ໄດ້​ເລີ່ມ​ກໍ່​ສ້າງ​ຢູ່​ເມືອງ​ປາຍ​​ເຊີ​ເຂດ​ກວາງຊີ​​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ ພາກ​ໃຕ້​ຂອງ​ຈີນ.ການ​ສ້າງ​ສວນ​ດັ່ງ ກ່າວ​ແມ່ນ​ເພື່ອ​ນຳ​ເຂົ້າ ວາງສະ​ແດງ​ເປັນ​ແບບ​ຢ່າງ​ແລະ​ເຜີຍ​ແຜ່​ວິ​ທະ​ຍາ ສາດ​ເຕັກ​ນິກ​ໃຫມ່​ດ້ານ​ກະ​ສິ​ກຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ຈີນ, ​ເຮັດ​ໃຫ້​ມັນ​ກາຍ​ເປັນ​ສວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ສາກົນ.

ຕາມ​ແນະ​ນຳ​ວ່າ, ສວນ​ດັ່ງ​ກ່າວ​ຈະ​ລົງ​ທຶນ 30 ລ້ານ​ກວ່າ​ຢວນ, ສ້າງ​ສວນ​ວາງສະ​ແດງ​ຮອບ​ດ້ານ​ກ່ຽວ​ກັບ​ແນວ​ພັນ​ໃຫມ່​ເຕັກ​ນິກ​ໃຫມ່ ອຸ​ປະ ກອນ​ຜະລິດ​ໃຫມ່ ​ເບົ້າ​ແບບ​ຜະລິດ​ໃຫມ່​ເສດ​ຖະ​ກິດ​ກະສິກຳ​ພາກ​ພື້ນ​ແລະ​ວັດ​ທະ ນະ​ທຳ​ທ້ອງ​ຖີ່ນ​ຂອງ​ຈີນ ອາ​ຊຽນ​ແລະ​ຂອງ​ທົ່ວ​ໂລກ,​ເພື່ອ​ສ້າງ​ເປັນ​ທີ່​ຫມັ້ນ ວາງສະ​ແດງ​ແລະ​ເຜີຍ​ແຜ່​ກະ​ສິ​ກຳ​​ພິ​ເສດຂອງ​ບ່ອນ​ມໍ່​ແຖບ​ຮ້ອນ​ແລະ​ແທ່ນ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ ນິກ​ກະ​ສິ​ກຳ ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.