|
![](/images/spacer.gif) |
(GMT+08:00)
2006-05-29 19:01:22
|
![](/images/shim.gif) |
ທ່ານອູປາງໂກເຈລະຈາກັບປະທານສະພາດູມາແຫ່ງຊາດຣັດເຊຍ
cri
Author: da
ຕາມຂ່າວCRI:ວັນທີ 29 ພຶດສະພາ ທ່ານອູປາງໂກ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນທີ່ພວມຢ້ຽມຢາມສັນຖະວະໄມຕີຣັດເຊຍຢ່າງເປັນທາງການໄດ້ເຈລະຈາກັບທ່ານໂບລິສ ກຼິສ໌ລົຟ ປະທານສະພາດູມາແຫ່ງຊາດຣັດເຊຍ,ສອງຝ່າຍໄດ້ຮ່ວມກັນຈັດກອງປະຊຸມຄັ້ງທຳອິດຂອງຄະນະກຳມະການຮ່ວມມືລະຫວ່າງສະພາປະຊາຊົນແຫ່ງຊາດຈີນກັບສະພາດູມາແຫ່ງຊາດຣັດເຊຍ.
ທ່ານອູປາງໂກຕີລາຄາຢ່າງຕັ້ງໜ້າຕໍ່ການພົວພັນລະຫວ່າງຈີນກັບຣັດເຊຍແລະການໄປມາຫາສູ່ກັນລະຫວ່າງສະພາສອງຊາດ.ໃນເວລາກ່າວເຖິງການເພີ່ມທະວີການຮ່ວມມືລະຫວ່າງສອງສະພາຈີນຣັດເຊຍນັ້ນ,ທ່ານອູປາງໂກໄດ້ສະເໜີໃຫ້ສອງຝ່າຍເສີມຂະຫຍາຍພາລະບົດບາດນິຕິບັນຍັດແລະຕິດຕາມກວດກາ,ດັດແກ້ແລະບູລະນະກົດໝາຍກົດບັນຍັດທີ່ກ່ຽວຂ້ອງຢ່າງທັນການ,ປະຕິບັດຜັນຂະຫຍາຍເອກະສານທີ່ມີລັກສະນະກົດໝາຍທີ່ສອງຝ່າຍໄດ້ເຊັນກັນແລ້ວນັ້ນໃຫ້ດີ,ຕັ້ງໜ້າຊຸກຍູ້ການຮ່ວມມືກັນໃນໂຄງການໃຫຍ່ໃນຂົງເຂດເສດຖະກິດການຄ້າ.
ທ່ານກຼິສ໌ລົຟເວົ້າວ່າ,ການຂະຫຍາຍການພົວພັນຣັດເຊຍຈີນແລະການຮ່ວມມືກັນລະຫວ່າງສະພາຂອງສອງປະເທດ,ສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດແລະປະຊາຊົນສອງຊາດ.ເຊື່ອວ່າ ຄະນະກຳມະການຮ່ວມມືລະຫວ່າງສະພາດູມາແຫ່ງຊາດຣັດເຊຍກັບສະພາປະຊາຊົນແຫ່ງຊາດຈີນຈະກາຍເປັນອົງການທີ່ມີປະສິດທິພາບສູງ,ບໍ່ພຽງແຕ່ຈະຍົກລະດັບການຮ່ວມມືລະຫວ່າງສະພາສອງຊາດໃຫ້ສູງຂຶ້ນທໍ່ນັ້ນ,ຫາກຍັງຈະຊຸກຍູ້ການພົວພັນໝູ່ຄູ່ຍຸດທະສາດຣັດເຊຍຈີນໃຫ້ຂະຫຍາຍຕົວອອກນຳອີກ.
|
|
|