ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-29 20:15:02    
ທ່ານ​ວາງ​ເຈ່ຍ​ຢຸ້ຍ​ພົບ​ປະ​ແຂກ​ກຳ​ປູ​ເຈຍ

cri Author: min
ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 29 ພຶດສະພາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ເຈ່ຍຢຸ້ຍ ປະທານ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ທ່ານນຽກບູນ​ຈາ​ຍ ​ເລຂາທິການ​ໃຫຍ່​ພັກ​ຟຸນ​ຊິນ​ເປັກ ຮອງ​ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ.

ສອງ​ຝ່າຍ​​ໄດ້​ຕີ​ລາຄາສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງປະ​ເທດແລະ​ລະຫວ່າງ​ພັກ​ຂອງຈີນ​ກຳປູ​​ເຈຍ, ຝ່າຍ​ຈີນ​ຈະ​ເອົາ​​ໃຈ​ໃສ່​ຂະຫຍາຍ​ການ​ຮ່ວມ​ມື​​ແລະມິດຕະພາບ​ກັບ​ປະ​ເທດ​ໃກ້​ຄຽງ​ເຊິ່ງ​ລວມທັງ​ກຳປູ​ເຈຍ​ຄື​ແຕ່​ກ່ອນ​ທີ່​ຜ່ານ​ມາ, ອີງ​ຕາມທິດ​ທາງ "ມີ​ໄມ​ຕິ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ, ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ" ​ແລະ​ນະ​ໂຍບາຍ "​ເປັນ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີ​ຕໍ່​ກັນ, ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃກ້​ຄຽງ​ຢ່າງ​ສະຫງົບ, ຮັ່ງມີ​ນຳ​ກັນ​ກັບປະ​ເທດ​ໃກ້​ຄຽງ", ຊຸກ​ຍູ້​ກາ​ນພົວພັນ​ຄູ່​ຂາ​​ຮ່ວມ​ມື​ກັນຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຂະຫຍາຍ​ຕົວ​ລົງສູ່​ລວງ​ເລິກ.

ທ່ານ​ນຽກບູນ​ຈາຍ​ຕາງໜ້າ​ລັດ​ຖະບານ​ກຳປູ​ເຈ​ຍແລະຟຸນ​ຊິນ​ເປັກ​ກ່າວລື້​ມວ່າ, ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວຢ່າງ​ໝັ້ນ​ໜຽວ​, ຄັດຄ້ານ​ການ​ກະທຳ​​ໃດໆ​ທີ່ແບ່ງ​ແຍກ​ໄຕ້​ຫວັນ​​ໃຫ້​ເປັນ​ເອກະລາດ.