ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-30 20:13:04    
ຝ່າຍ​ຈີນ​ຫວັງ​ໃຫ້​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 6 ປະ​ເທດ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ທີ່​ຈະ​ຈັດ​ຂຶ້ນ​ນັ້ນ​ຈົ່ງ​ມີ​ການ​ຄືບ​ໜ້າ

cri Author: da
ຕາມ​ຂ່າວ​CRI: ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 30 ພຶດ​ສະ​ພາ ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີ​ຣານທີ່​ຈະ​ຈັດ​ຂຶ້ນ​ນັ້ນ​ຈົ່ງ​ມີ​ການ​ຄືບ​ໜ້າ.

ກອງ​ປະ​ຊຸມ​ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຂອງ 6 ປະ​ເທດທີ່​ມີລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຂອງ 5 ປະ​ເທດ​ມົນ​ຕີ​ຖາ​ວອນ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ແລະ​ເຢຍ​ລະ​ມັນ​ເຂົ້າ​ຮ່ວມ​ນັ້ນຈະ​ຈັດ​ຂຶ້ນ​ຢູ່​ກຸງ​ວຽນ​ໃນ​ວັນ​ທີ 1 ມິຖຸນາ.

ທ່ານ​ລິວ​ຈ້ຽນ​ຊ່າວ​ເວົ້າ​ວ່າ,​ຝ່າຍ​ຈີນ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ພະ​ຍາ​ຍາມ​ຂອງ​3ປະ​ເທດ​ຄື​ອັງ​ກິດ ຝຣັ່ງ​ແລະ​ເຢຍ​ລະ​ມັນ​ທີ່​ໄດ້ສະ​ເໜີ​ແຜນ​ການ​ໃໝ່​​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີ​ຣານ​,ຫວັງ​ໃຫ້​ແຜນ​ການ​ດັ່ງ​ກ່າວ​ສາ​ມາດ​ຊຸກ​ຍູ້​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ່​ປ້ອງ​ກັນບໍ່​ໃຫ້​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ,​ທັງ​ພິຈາ​ລະ​ນາ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ອີຣານ​ໃນ​ດ້ານ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ​​ເຂົ້າ​ໃນ​ທາງ​ສັນ​ຕິ​ພາບ​ຢ່າງ​ເຕັມ​ສ່ວນ.