ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 16:33:00    
ທ່ານ​ອູ​ປ່າງ​ໂກ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 4 ປະ​ເທດ​ເອີ​ລົບ​ກັບ​ຄືນ​ປັກ​ກິ່ງ

cri Author: mo
ຕາມ​ຂ່າວCRI:ພາຍຫຼັງທ່ານ​ອູ​ປ່າງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສິ້ນ​ສຸດ​ການ​ຢ້ຽມຢາມ​​ສັນທະ​ວະ​ໄມຕີ​ຕໍ່ລູມາ​ນີ ​ມົນ​ໂດ​ວາ ​ເກັຼກ ​ແລະ​ຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ ​ແລະ​ເຂົ້າຮ່ວມ​ການ​ພົບ​ປະ​ລະຫວ່າງບັນດາປະທານ​ລັດຖະສະພາ​ປະ​ເທດສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່​ຈັດ​ຂຶ້ນ​ຢູ່​ມົສກູ​ແລ້ວ, ​ໄດ້​ຂີ່​ຍົນ​ພິ​ເສດ​ເດີນທາງ​ກັບ​ຄືນ​ມາຮອດ​ປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ 31 ພຶດສະພາ.

ທ່ານ​ອູ​ປ່າງ​ໂກ​ແມ່ນ​ເລີ່​ມ​ຢ້ຽມຢາມ​ແຕ່​ວັນ​ທີ 17 ພຶດສະພາ​ຕາມ​ຄຳ​ເຊີນ​ຂອງ​ປະທານ​ລັດຖະສະພາຂອງ 4 ປະ​ເທດ​ດັ່ງກ່າວ. ​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ອູ​ປ່າງ​ໂກ​ໄດ້​ພົບ​ປະ​ຜູ້ນຳ​ຕ່າງໆ​ເຊັ່ນ​ປະມຸກ​ລັດ ປະທານ​ລັດຖະສະພາ​ແລະ​ນາຍົກລັດຖະມົນຕີ​ເປັນຕົ້ນຂອງ 4 ປະ​ເທດ, ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ລັດຖະສະພາ, ​ພ້ອມ​ດ້ວຍ​ບັນຫາ​ສຳຄັນ​ໃນສາກົນ​ແລະ​ພາກ​ພື້ນ​​ທີ່​ສົນ​ໃຈ​ນຳ​ກັນ, ​ແລະ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບຮູ້​ຄື​ກັນ​ໂດຍ​ທົ່ວ​ໄປ.

ເມື່ອ​ກ່າວ​ເຖິງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້, ທ່ານຊາວ​ເວີ້​ຍ​ໂຈ່​ວ ຮອງ​ເລຂາທິການ​ຂອງ​ຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່ການ​ປັບປຸງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ ຊຸກ​ຍູ້​ການ​ພົວພັນ​ຈີນ​ເອີ​ລົບ​ແລະ​ການ​ພົວພັນ​ຈີນຣັດ​ເຊຍ​​ໃຫ້ຂະຫຍາຍ​ໄປ​ໜ້າ.