ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 16:40:05    
ບົດ​ລາຍງານ​"ຄວາມ​ປອດ​ໄພ​ແຫ່ງ​ຊາດ"ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​​ໄດ້ທຳ​ລາຍ​ການ​ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ​ຂອງ​ການ​ພົວ​ພັນ​ສອງ​ຝັ່ງ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 31 ພຶດສະພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ເວີຍ​ອີ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ຊີ້​ອອກ​ວ່າ, ບົດ​ລາຍງານ​"ຄວາມ​ປອດ​ໄພ​ແຫ່ງ​ຊາດ"ທີ່ເຈົ້າໜ້າ​ທີ່​ໄຕ້​ຫວັນປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ທຳລາຍ​​ໂດຍ​ກົງ​ຕໍ່​ການຂະຫຍາຍຕົວ​​ໂດຍ​ສັນຕິຂອງການ​ພົວພັນລະຫວ່າງ​ສອງ​ຝັ່ງ.

ວັນ​ທີ 18 ພຶດສະພາ, ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ໄດ້​ປະກາດອັນ​ທີ່​ວ່າ​"ບົດ​ລາຍ​ງານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ", ​​ໂດ​ຍໄດ້​ຂຽນຢ່າງ​ຈະ​ແຈ້ງ​ກ່ຽວ​ກັບອັນ​ທີ່​ວ່າ"ການ​ຂົ່ມ​ຂູ່​ໃຫຍ່ 9 ດ້ານ"ຂອງ​ແຜ່ນດິນ​ໃຫຍ່​ທີ່​ມີ​ຕໍ່​ໄຕ້​ຫວັນ, ​ເຊິ່ງລວມທັງ​ການ​ທະຫານ​ອຸບັດ​ຂຶ້ນ, ການ​ຂົ່ມ​ຂູ່​ຢູ່​​ເຂດ​ອ້ອມ​ຊ່ອງ​ແຄບ​ໄຕ້​ຫວັນ, ​ແລະ​​ແຜ່ນດິນ​ໃຫຍ່​ອັດ​ຕັນ​​ໄຕ້​ຫວັນ​ທາງການ​ຕ່າງປະ​ເທດ​ເປັນຕົ້ນ.

ທ່ານ​ລີ​ເວີຍ​ອີ​ກ່າວ​ວ່າ, "ບົດ​ລາຍ​ງານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​"​ໄດ້​ເຜີ​ຍອີກ​ເທື່ອ​ໜຶ່ງ​​ໃຫ້​ເຫັນຜູ້ນຳ​ເຈົ້າໜ້າທີ່​ໄຕ້​ຫວັນ​ຍຶດໝັ້ນຫຼັກໝັ້ນ​ແບ່ງ​ແຍກ​ໃຫ້ໄຕ້​ຫວັນ​ເປັນ​ເອກະລາດ​ຢ່າງ​ດື້​ດ້ານ​ຫົວ​ແຂງ, ພ້ອມ​ທັງ​​ໄດ້​ເຜີຍ​ໃຫ້​ເຫັນ​​ເຈຕະນາຂອງ​ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ທີ່​ຢາກ​ເຮັດ​ໃຫ້​ມວນ​ຊົນ​ແລະ​ຫາງ​ສຽງ​ໄຕ້​ຫວັນຫັນ​ຄວາມ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ສັງຄົມ​ຕ່າງໆ ​ເຊັ່ນ​ເສດຖະກິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ໄຕ້​ຫວັນ​ເປັນຕົ້ນ​ໄປ​ທາງ​ອື່ນ. ທ່ານ​ເວົ້າວ່າ, ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຢາກ​ໃຫ້​​ໄຕ້​ຫວັນ​ເປັນ​ເອກະລາດ​, ​ເຮັດ​ໃຫ້ການພົວພັນ​ສອງ​ຝັ່ງ​ເຄັ່ງ​ຕຶງ​ຂຶ້ນ, ບໍ່​ເອົາ​ຫົວ​ຊາ​ນຳ​​ປະຊາ​ມະຕິ​ຂອງ​​ໄຕ້​ຫວັນ​ທີ່​ຫວັງ​ໃຫ້​ການ​ພົວພັນ​ສອງ​ຝັ່ງ​ຂະຫຍາຍຕົວ​ຢ່າງ​ໝັ້ນທ່ຽງ​ແລະ​ສັນຕິ.