ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 18:48:43    
ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ທາງ​ອະ​ວະ​ກາດ​ອາ​ຊີ​ປາ​ຊິ​ຟິກ​ທີ່​ວາງ​ແຜນ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ປັກ​ກິ່ງ​ນັ້ນ​ເພີ່ມ​ຂຶ້ນ​ຮອດ 9 ປະ​ເທດ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ 1 ມິຖຸນາ ຢູ່​ປັກ​ກິ່ງ ທ່ານ​ໂອ​ຈູ​ເຢ ເອກ​ອັກຄະ​ລັດ​ຖະທູດ​ຕວກ​ກີ​ປະຈຳ​ຈີນ​ໄດ້​ເຊັນ"ສົນທິ​ສັນ​ຍາອົງ​ການ​ຮ່ວມ​ມື​ທາງ​ອະວະ​ກາດ​ອາຊີ​ປາຊິ​ຟິກ".ນັບ​ມາ​ຮອດ​ປະຈຸ​ບັນ,ປະ​ເທດ​ສະມາ​ຊິກ​ອົງ​ການ​ຮ່ວມ​ມື​ທາງ​ອະວະ​ກາດ​ອາຊີ​ປາຊິ​ຟິກທີ່​ວາງ​ແຜນ​ຕັ້ງ​ສຳນັກ​ງານ​ໃຫຍ່ຢູ່​ປັກ​ກິ່ງນັ້ນ​​ໄດ້​ມີ 9 ປະ​ເທດ​​ເຊັນ​ສັນ​ຍາ​ເຂົ້າ​ຮ່ວມ​ແລ້ວ.

ອົງ​ການ​ຮ່ວມ​ມື​ທາງ​ອະວະ​ກາດ​ອາຊີ​ປາຊິ​ຟິກ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ສາກົນ​ລະ​ຫວ່າງ​ລັດຖະ​ບານ​ທີ່​ປະກອບ​ດ້ວຍ​ປະ​ເທດ​ພາກ​ພື້ນ​ອາຊີ​ປາຊິ​ຟິກ,ມີ​ຈຸດປະ​ສົງ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ລະ​ຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ​ໃນ​ຂົງ​ເຂດວິ​ທະຍາ​ສາດ​​ເຕັກ​ນິກ​ອະວະ​ກາດ​ແລະ​ການນຳ​ໃຊ້,​ຍົກ​ຄວາມ​ສາມາດ​ທາງ​ອະວະ​ກາດ​ຂອງ​ປະ​ເທດ​ສະມາ​ຊິກ​ໃຫ້​ສູງ​ຂຶ້ນ​,ຊຸກ​ຍູ້​ການ​ພັດ​ທະນາ​ແບ​ບຍືນ​ຍົງ​ໃນ​ດ້ານ​ເສດຖະກິດ​​ແລະ​ສັງ​ຄົມ​ຂອງ​ບັນດາ​ປະ​ເທດ.ປະ​ເທດ​ຢູ່​ນອກ​ອາຊີ​ປາຊິ​ຟິກ​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ດັ່ງ​ກ່າວ​ໃນ​ຖານ​ເປັນ​ສະມາຊິກ​ສຳ​ຮອງ.

ກ່ອນ​ຕວກກີ,​ໄດ້​ມີ​ປະ​ເທດ​ບັງ​ກຼາ​ເດັດ ຈີນ ອິນ​ໂດ​ເນ​ເຊຍ ອີຣານ ມົງ​ໂກລີ ​ແລະປາ​ກີ​ສະ​ຖານ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ອົງ​ການ​ດັ່ງ​ກ່າວ.