ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 18:55:39    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຄຳ​ປາ​ໄສ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ປາ​ເລັສ​ຕີນ​ກ່ຽວ​ກັບ"ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ອາ​ລັບ"​ແມ່ນ​ສັນ​ຍານ​ອັນ​ຕັ້ງ​ໜ້າ

cri Author: da
ຕາມ​ຂ່າວ​CRI:​ວັນ​ທີ 1 ມິຖຸນາ ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຄຳ​ປາ​ໄສ​ຂອງ​ທ່ານ​ຈາ​ຮາ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ປາ​ເລັສ​ຕີນ​ກ່ຽວ​ກັບ​ລັດຖະ​ບານ​ປາ​ເລັສ​ຕີນ​ຈະ​ຄົ້ນ​ຄວ້າ"ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ຂອງ​ອາ​ລັບ"ດ້ວຍ​ທ່າ​ທີ​​ເອົາ​ຈິງ​ເອົາ​ຈັງ​ແລະ​ຕັ້ງ​ໜ້າ​ນັ້ນ​ແມ່ນ​ສັນ​ຍາ​ອັນ​ຕັ້ງ​ໜ້າ,​ຝ່າຍ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ.

​ວັນ​ທີ 31 ພຶດ​ສະ​ພາ ທ່ານ​ຈາ​ຮາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊັ້ນ​ລັດ​ຖະ​ມົນຕີ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ຈີນ​ອາ​ລັບ​ຄັ້ງ​ທີ 2 ຢູ່​ປັກ​ກິ່ງ​ໄດ້​ກ່າວ​ວ່າ,​ເພື່ອ​ແກ້​ໄຂ​ບັນ​ຫາ​ປາ​ເລັສ​ຕີນ​ຢ່າງ​ທ່ຽງ​ທຳ,​ລັດ​ຖະ​ບານ​ປາ​ເລັສ​ຕີນ​ຈະ​ຄົ້ນ​ຄວ້າ"ຂໍ້​ລິ​ເລີ່ມ​ສັນຕິ​ພາບ​ຂອງ​ອາ​ລັບ"ດ້ວຍ​ທ່າ​ທີ​​ເອົາ​ຈິງ​ເອົາ​ຈັງ​ແລະ​ຕັ້ງ​ໜ້າ.

ທ່ານ​ລິວ​ຈ້ຽນ​ຊ່າວ​ເວົ້າ​ວ່າ,ຝ່າຍ​ຈີນທີ່​ເຈດ​ຈຳ​ນົງ​ໂດຍ​ຕະ​ຫຼອດ​ໃຫ້​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ດ້ວຍ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ,​ສະ​ໜັບ​ສະ​ໜູນ​ແຜນ​ການ​ທັງ​ໝົດ​ທີ່​ໝາຍ​ຢາກ​ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ໂດຍ​ທາງ​ການ​ເມືອງ ຊຶ່ງ​ລວມ​ທັງ"ຂໍ້​ລິ​ເລີ່ມ​ສັນຕິ​ພາບ​ຂອງ​ອາ​ລັບ".