ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 17:10:24    
ການ​ອະນຸລັກ​ມໍລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​​ແມ່ນ​ວັດ​ຖຸ​ຂອງ​ຈີນ​​"ແລ່ນ​ແຂ່ງ​ກັບ​ເວລາ"

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ມິຖຸນາ, ​ເວັບ​ໄຊ​ລັດຖະບານ​ຈີນ​ໄດ້​ປະກາດບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ລະດັບ​ຊາດງວດ​ທຳ​ອິດ 518 ລາຍຂອງ​ຈີນ​. ​ແຕ່​ນີ້​ໄປ, ​ເຖິງ​ວ່າ​ໂຄງການ​​ເຫຼົ່ານີ້​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ປົກ​ປັກ​ຮັກສາ​ຈາກ​ເຂດ​ຕ່າງໆ​ແລະ​ພາກສ່ວນ​ທີ່ກ່ຽວຂ້ອງກໍ​ຕາມ, ​ແຕ່​ຜູ້​ຊ່ຽວຊານ​ເຫັນ​ວ່າ, ວຽກ​ງານປົກ​ປັກ​ຮັກສາ​ຍັງ​ຕ້ອງ​"​ແລ່ນ​ແຂ່ງ​ກັບ​ເວລາ".

ທ່ານ​ຖຽນຊີງ ຫົວໜ້າ​ສູນຄົ້ນຄວ້າ​ອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ສິລະ​ປະ​ຈີນ​ເວົ້າວ່າ, ມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ພວມຕໍ່​ສູ້​ຢ່າງ​ລຳບາກ​ກັບ​ຂະ​ບວນວິວັດ​ຫັນ​ເປັນ​ຕົວ​ເມືອງ​ແລະ​ໂລກາ​ວິວັດ. ຢູ່​ຈີນ, ​ແຕ່​ລະ​ນາທີ​ກໍ​ອາດ​ຈະ​ມີ​ນັກ​ສິລະປິນ​ເກົ່າ​ຜູ້​ໜຶ່ງຫຼື​ເພງ​ພື້ນ​ເມືອງ​ເພງ​ໜຶ່ງ​ສູນຫາຍ​ໄປ, ​ແຕ່​ລະວິ​ນາທີ​ກໍ​ອາດ​ຈະ​ມີ​ເຮືອນ​ເກົ່າຫຼັງໜຶ່ງ​ຖືກ​ມ້າງ​ຖິ້ມ.

ທ່ານ​ຖຽນຊີງ​ເວົ້າວ່າ, ມໍລະດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸ​​​​ຄື​ກັນ​ກັບ​ມໍລະດົກ​ວັດຖຸ, ​ມີ​ການ​ພົວພັນ​ຫຼາຍ​ກັບ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ​. ຈະສືບ​ທອດ​ແລະ​ພັດທະນາ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ໄດ້ຫຼືບໍ່, ສິ່ງ​ສຳຄັນຕ້ອງ​ອາ​ໄສ​ຄວາມ​ພະຍາຍາມ​ຂອງ​ຜູ້​ມີ​ມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມນ​ວັດຖຸ.