ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 17:16:50    
ຕະຫຼາດອຸປະກອນ​ກໍ່ສ້າງ​ທີ່​ອວ່າຍ​ໜ້າ​ໄປ​ສູ່​ອາ​ຊຽນ​ແຫ່ງ​ທຳ​ອິດ​ຂອງຈີນ​ເລີ່​ມອວນເອົານັກ​ທຸລະ​ກິດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຕະຫຼາດອຸປະກອນ​ກໍ່ສ້າງ​ທີ່​ອວ່າຍ​ໜ້າ​ໄປ​ສູ່​ອາ​ຊຽນ​ແຫ່ງ​ທຳ​ອິດ​ຂອງຈີນ​ໄດ້​ເລີ່​ມອວນເອົານັກ​ທຸລະ​ກິດຢ່າງ​ເປັນ​ທາງ​ການ.

ຕະຫຼາດດັ່ງກ່າວ​ຕັ້ງຢູ່​ເມືອງ​ຕົ່ງ​ຊີງ​ເຂດ​ກວາງຊີ, ຂາຍ​ຜະລິດ​ຕະພັນ 40 ກວ່າ​ຊະນິດ​ເຊັ່ນ​ອຸປະກອນ​ກໍ່ສ້າງ, ​​ອຸປະກອນ​ຫີນ, ​ແລະ​ເຄື່ອງ​ເຄືອບ​ດິນ​ເຜົາ​ເປັນຕົ້ນ, ມີ​ເນື້ອ​ທີ່​ກໍ່ສ້າງທັງ​ໝົດ 1 ​ແສນ 2 ໝື່ນ​ຕາລາງ​ແມັດ.

ຕາມ​ຊາບ​ວ່າ, ຕະຫຼາດດັ່ງກ່າວ​ມີ​ທະນາຄານ ຫ້ອງການ​ອຸດສາຫະກຳ​ການ​ຄ້າ, ​ດ່ານພາສີ, ​ແລະຫ້ອງການ​ສ່ວຍສາ​ອາກອນ​ເປັນຕົ້ນ, ​ແລະ​ໄດ້​ສ້າງ​​ເວັບ​ໄຊ​ຄ້າຂາຍ​ອຸປະກອນ​ກໍ່ສ້າງ​ຈີນ​ອາ​ຊຽນ, ​ເຮັດ​ໃຫ້​ນັກທຸລະກິດ​ໄດ້​ຮັບ​ການ​ບໍລິການ​ຢູ່​​ໃນ​ຕະຫຼາດດຽວ​ໃນ​ດ້ານ​ການ​ຂົນ​ສົ່ງ​ສິນຄ້າ, ການຄ້າຂາຍ​ຊາຍ​ແດນ, ​ເຮັດ​ທະບຽນ​ເຂົ້າອອກ​ເມືອງ, ​ແລະ​ການກວດກາ​​ເປັນຕົ້ນ. ພ້ອມ​ກັນນັ້ນ, ຕະຫຼາດດັ່ງກ່າວ​ຍັງ​ມີ​ສາງ​​ເກັບສິນຄ້າ​ແລະ​ໃຫ້ການ​ບໍລິການ​ແປ​ພາສາ​ເປັນຕົ້ນ, ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນຫຼາຍດ້ານ​ຂອງ​ນັກທຸລະກິດ​​ແລະຜູ້ບໍລິ​ໂພກ.