ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-04 17:59:28    
ຊຽງ​ໄຮ້ຮ້ອງ​ຂໍ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 22 ຂອງ​ສະ​ມາ​ຄົມ​ຫໍ​ພິພິ​ທະ​ພັນ​ສາກົນ​ໄດ້​ຮັບ​ຜົນ​ສຳ​ເລັດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ມິຖຸນາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ່າງ​ເວີນ​ປິ່ນ ປະທານ​ສະມາຄົມ​ຫໍພິພິທະ​ພັນ​ຂອງ​ຈີນ ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ຈີນ​ຂອງ​ສະມາຄົມ​ຫໍພິພິທະ​ພັນ​ສາກົນ​ປະກາດ​ວ່າ, ນະຄອນ​ຊຽງ​ໄຮ້​ໄດ້​​ຊະນະ​​ໃນ​ການ​ຮ້ອງ​ຂໍ​ຈັດ​ກອງ​ປະຊຸມ​ຜູ້​ແທນ​ຄັ້ງທີ 22 ຂອງ​ສະມາຄົມ​ຫໍພິພິທະ​ພັນ​ສາກົນ​ປີ 2010, ​ໄດ້​ຮັບ​ຄຸນ​ວຸດ​ທິ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຢ່າງ​ສຳ​ເລັດ​ຜົນ.

ສະມາຄົມ​ຫໍພິພິທະ​ພັນ​ສາກົນ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1946, ​ແມ່ນ​ອົງການ​ມະຫາຊົນ​ທີ່​ສຳຄັນ​ກວ່າ​ໝູ່​​ໃນ​ວົງ​ການ​ຫໍພິພິທະ​ພັນ​ຂອງ​ໂລກ, ບາ 3 ປີ​ຈັດ​ກອງ​ປະຊຸມ​ຜູ້​ແທນ​ເທື່ອ​ໜຶ່ງ.

ທ່ານ​ຈ່າງ​ເວີນ​ປີ່​ນ​ເວົ້າວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ສັງຄົມ​ ວິທະຍາສາດ​ການ​ສຶກສາ​ແລະ​ວັດທະນະທຳ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ອະນຸລັກ​ວັດ​ຖຸບູຮານ​ແລະ​ການ​ສ້າງສາ​ຫໍພິພິທະ​ພັນ​ຂອງ​ຈີນ​ກໍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງ. ກອງ​ປະຊຸມ​ຂອງສະມາຄົມຫໍພິພິທະ​ພັນ​ສາກົນມາຈັດ​ຢູ່​ຈີນ​ເປັນ​ເທື່ອ​ທຳ​ອິດ, ​ຈະ​ຊຸກ​ຍູ້​ວຽກ​ງານ​ອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ​ແລະພາລະກິດ​ຫໍພິພິທະ​ພັນ​ຂອງ​ຈີນ​ພັດທະນາ​ຕື່ມ​ອີກ.