ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-04 18:38:32    
ຮົງ​ກົງ​ຈະ​ສ້າງ​ໂອ​ກາດ​ຫຼາຍ​ກວ່າ​​ເກົ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຂດ​ໃນ​ຈີນ​​ກ້າວ​​ໄປສູ່​ຕະ​ຫຼາດ​ສາ​ກົນ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ3​ມິຖຸນາ,ທ່ານ​​ຈິ່ງ​ອິນ​ຊວນ ຜູ້​ວ່າການ​ບໍລິຫານ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ,ຮົງ​ກົງ​ທີ່​ມີ​ລະບົບບໍລິການ​ການ​ທະນາ​ຄານທີ່​ສຸກ​ງອມນັ້ນນັບ​ມື້​ນັບ​ກາຍ​ເປັນ​ບ່ອນ​ລະ​ດົມ​ທຶນທີ່​ວິ​ສາ​ຫະກິດ​​ເຂດ​ໃນ​ຈີນ​ເລືອກ​​ເອົາ​ກ່ອນ​ໝູ່,ຮົງ​ກົງ​ຈະສ້າງ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະກິດ​ເຂດ​ໃນ​ຈີນ​​ກ້າວ​​ໄປສູ່​ຕະຫຼາດ​ສາກົນ.

ຫວ່າງ​ມໍ່ໆ​ນີ້​,ທະນາຄານ​ຈີນ ​ເຊິ່ງ​ເປັນໜຶ່ງ​ໃນທະນາຄານ​ການ​ຄ້າ​ແຫ່ງລັດ​ໃຫຍ່4​ແຫ່ງ​ຂອງ​ຈີນ​ໄດ້ຂາຍ​ບັດ​ຫຸ້ນ​ສ່ວນ​ຢູ່​ຮົງ​ກົງຢ່າງ​ສຳ​ເລັດ​ຜົນ.

ໃນ​"ກອງ​ປະຊຸມ​ຮ່ວມ​ມື​ແລກປ່ຽນ​ດ້ານເສດ​ຖະກິດ​ການ​ຄ້າ​ກວາງຊີ-ຮົງ​ກົງ"ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​​ເຂດ​ກວາງຊີ,ທ່ານຈິ່ງ​ອິນ​ຊວນກ່າວ​ວ່າ,ຍ້ອນ​ວ່າຮົງ​ກົງມີ​ລະບອບ​ຕິດຕາມ​ຄຸ້ມ​ຄອງຂອງ​ຕະ​ຫຼາດການ​ທະນາ​ຄານ​ທີ່​ຄົບ​ຖ້ວນ,ວິ​ສາ​ຫະກິດ​ເຂດ​ໃນ​ຈີນ​​ຜ່ານຈາກຕະ​ຫຼາດບັດ​ຫຸ້ນ​ສ່ວນແລະ​ຕະຫຼາດ​ພັນທະບັດ​ຮົງ​ກົງມາ​ລະດົມ​ທຶນ,ນອກ​ຈາກ​ສາມາດ​ຫ້າງ​ຫາ​ເງິນ​ທຶນ​ຊຸກ​ຍູ້​​ໃຫ້ທຸລະ​ກິດຂະ​ຫຍາ​ຍຕົວ​ແລ້ວ,ຍິ່ງ​ສາມາດ​ສະ​ແດງ​ລະດັບ​ຄຸ້ມ​ຄອງ​ຂອງ​ຕົນຜູ້​ລົງທຶນ​ຕ່າງປະ​ເທດ,ສ້າງ​ຍີ່​ຫໍ້​ຂອງ​ຕົນ​ໃນ​ສາກົນ.

ຕາມ​ແນະ​ນຳ​ວ່າ,ນັບ​ມາ​ຮອດປັດຈຸບັນ,​ໄດ້​ມີ​​ວິ​ສາ​ຫະກິດ​ເຂດ​ໃນ​ຈີນຫຼາຍ​ກວ່າ300​ແຫ່ງ​ໄປ​ຂາຍ​ບັດ​ຫຸ້ນ​ສ່ວນ​ຢູ່​ຮົງ​ກົງ,ຍອດ​ປະລິມານ​ລະດົມ​ທຶນມີ144​ຕື້​ໂດ​ລາ​ສະຫະ​ລັດ.