ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 15:16:38    
ຊາວ​ໜຸ່ມ​​ເຍົາ​ວະ​ຊົນ​ຢູ່​ຊາຍ​ແດນ​ຈີນ​ຫວຽດ​ນາມ​ຈັດ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ຂວ້ຳ​ບາດ​ຢາ​ເສບ​ຕິດ

cri

ຕາມ​ຂ່າວສານ​ຊິນ​ຮວາ:​ເພື່ອ​ສຶກສາ​​ໃຫ້ຊາວ​ໜຸ່ມ​ເຍົາວະ​ຊົນ​ຖະໜອມ​ຫວງ​ແຫນ​ຊີວິດ,ປະຕິ​ເສດ​ບໍ່​ເສບ​ຢາ​ເສບ​ຕິດ,ວັນ​ທີ4​ມິຖຸນາ,ຢູ່​ດ່ານ​ມິດ​ຕະພາບ ​ເມືອງພີ​ງຊຽງ ​ເຂດ​ກວາງຊີຂອງ​ຈີນ,ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ກັບ​ຫວຽດ​ນາມ​ໄດ້​ຈັດການ​ເຄື່ອນ​ໄຫວ​ໂຄສະ​ນາສຶກສາ​​​ເກືອດຫ້າມ​​ຢາ​ເສບ​ຕິດ"ມື​ປະສານ​ມື"ຂອງຊາວ​ໜຸ່ມ​ເຍົາວະ​ຊົນ​ຢູ່​ຊາຍ​ແດນ.ຊາວ​ໜຸ່ມ​ເຍົາວະ​ຊົນ600ກວ່າ​ຄົນ​ຂອງ​ຈີນ​ແລະ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ.

ດ່ານມິດ​ຕະພາບຕັ້ງ​ຢູ່​ເມືອງ​ພີງຊຽງ ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງຂອງ​ຈີນ,​ແມ່ນ​ດ່ານ​ສຳຄັນ​ແຫ່ງ​ໜຶ່ງຂອງ​ຈີນ​ບົນ​ເສັ້ນທາງ​​​ເທິງ​ບົກ​ ​ທີ່​ເນັ່ງໄປ​ສູ່​ຫວຽດນາມ​ແລະ​ອາ​ຊີ​ອາ​ຄະ​ເນ.ຕາມ​ໄດ້​ຊາບ,​ເພື່ອ​ສ້າງ​​ກົນ​​ໄກທີ່​ມີ​ປະສິດທິ​ພາບຍາວ​ນານຂອງ​ການ​​ໂຄສະນາການ​ສຶກສາ​​ເກືອດຫ້າມ​​ຢາ​ເສບ​ຕິດ​ຂອງຊາວ​ໜຸ່ມ​ເຍົາວະ​ຊົນ​ຢູ່​ຊາຍ​ແດນ​ຈີນ​ກັບ​ຫວຽດນາມ​ໃຫ້​ສົມບູນ​ຂຶ້ນ,ຈີນ​ກັບ​ຫວຽດນາມ​ຈະຮ່ວມ​ກັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ປີ​ນີ້​ແລະ​ປີໜ້າ ​ເຊັ່ນ,ການ​ເຄື່ອນໄຫ​ວຮ່ວມ​ຊາວ​ໜຸ່ມຜູ້​ອາສາ​ສະໝັກ​ໂຄສະນາການ​ເກືອດ​ຫ້າມ​ຢາ​ເສບ​ຕິດຢູ່​ຊາຍ​ແດນ​ຈີນ​ກັບ​ຫວຽດ​ນາມ,ການ​ແຂ່ງ​ຂັນ​ແຕ້ມ​ຮູບ​ເກືອດ​ຫ້າມ​ຢາ​ເສບ​ຕິດ,ປະ​ກວດທູດພາບ​ພົດ​ໂຄສະ​ນາ​ການເກືອດ​ຫ້າມ​ຢາ​ເສບ​ຕິດ​ເປັນຕົ້ນ.