ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 15:49:19    
ກຳ​ແພງ​ຍັກ​ຕອນ​ຢູ່​ປັກ​ກິ່ງ​ໄດ້​ປະ​ກົດ​ເຫັນ​ສະ​ຖານ​ທີ່​ຮ່ອງ​ຮອຍ​ຄ້າຍ​ທະ​ຫານ​ເປັນ​ຄັ້ງ​ທຳ​ອິດ

cri Author: da
ໜັງ​ສືພິມ​ຊາວ​ໜຸ່ມ​ປັກ​ກິ່ງ​ລາຍ​ງານ​ວ່າ:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ພະນັກງານ​ສຳ​ຫຼວດບູຮານ​ນະ​ຄະດີ​ຈີນຢັ່ງ​ແທກ​ກຳ​ແພງ​ຍັກ​ຕອນ​ຢູ່​ຢຽນ​ຊິ້ງ​ຊານ​ເມືອງ​ມໍ່​ກັບ​ເທດສະບານປັກ​ກິ່ງ,​ໄດ້​ພົບ​ເຫັນ​ສະຖານ​ທີ່​ຮ່ອງ​ຮອຍ​ຄ້າຍ​ທະ​ຫານສະ​ໄໝ​ລາ​ຊະ​ວົງ​ມິ​ງ​ເປັນຄັ້ງທຳ​ອິດ.

ສະຖານ​​ທີ່​ຮ່ອງຮອຍແຫ່ງ​ນີ້​ກວມ​​ເນື້ອ​ທີ່ປະມານ 1800 ​ແມັດ​ມົນທົນ,​ແມ່ນ​ສະຖານ​ທີ່​ຮ່ອງຮອຍຄ້າຍ​ທະຫານສຳຄັນທີ່​ເປັນ​ປ້ອມ​ທະຫານ​ໃນ​ສະ​ໄໝລາຊະວົງ​ມິ​ງ(ປີ1368-1644),ຢູ່​ທິດຕາ​ເວັນ​ຕົກ​ແລະ​ທິດຕາ​ເວັນ​ອອກຕ່າງ​ໄດ້​ຕໍ່​ກັບ​ກຳ​ແພງ​ຍັກ.​ໃນ​ເວລາ​ຊຳລະສະຖານທີ່,ພະນັກງານ​ສຳ​ຫຼວດບູຮານນະ​ຄະດີໄດ້​ຄົ້ນພົບ​ສາດຕາ​ອາວຸດ 500 ກວ່າ​ອັນ,​ໃນນັ້ນລວມທັງ​ໝາກ​ແຕກ​ມື​ແລະລູກ​ປືນ​ໃຫຍ່​ເປັນຕົ້ນ,ນອກ​ນີ້​ຍັງ​ຄົ້ນ​ພົບ​ອຸ​ປະ​ກອນ​ສິ່ງ​ກໍ່ສ້າງ​ແລະ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ທີ່​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ດິນ​ເຄືອບ​ແຕກ​ຈຳ​ນວນ​ໜຶ່ງ.

ວຽກ​ງານຊຳລະ​ແລະ​ອະນຸລັກ​ສະຖານທີ່​ຮ່ອງຮອຍ​ເທື່ອ​ນີ້,​ແມ່ນ​​ໂຄງການ​ອະນຸລັກ​ກຳ​ແພງ​ຍັກ​ແລະ​ສິ່ງ​ກໍ່ສ້າງ​ສຳຮອງ​ຂອງ​ຈີນໂດຍຜ່ານການຂຸດຄົ້ນວັດຖຸບູຮານຢ່າງ​ເປັນ​ທາງ​ການ​ເທື່ອ​ທຳ​ອິດ,​ນີ້ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ອະນຸລັກ​ກຳ​ແພງ​ຍັກ​ຂອງ​ຈີນ​​ໄດ້ເລີ່​ມຕົ້ນຢ່າງ​ເປັນ​ທາງ​ການ​ແລ້ວ.