ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 18:38:10    
ຈີນ​ຈະ​ສ້າງ​ເງື່ອນ​ໄຂ​ອັນ​ດີງາມ​ເພື່ອ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແບບ​ປະ​ດິດ​ສ້າງ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 5 ມິຖຸນາ, ຢູ່​ທີູ່​ປັກ​ກິ່ງ​ໄດ້​ໄຂກອງ​ປະຊຸມ​ບັນດິດ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ແລະ​ສະພາ​ບັນດິດ​ວິສະວະກຳ​ຈີນ​. ​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ໃຊ້​ຫຼາຍມາດ​ຕະການ, ​ເລັ່ງລັດ​ສ້າງ​ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິທະຍາສາດ​ເຕັກນິກ​ແບບ​ປະດິດ​ສ້າງ​.

ທ່ານ​ຫູ​ຈິນທ່າວ​ຮຽກຮ້ອງ​ໃຫ້​ພະ​ແນ​ກ​ທີ່​ກ່ຽວຂ້ອງ​​ໃນ​ແຫ່ງ​ຕ່າງໆ​ສ້າງ​ແລະ​ບູລະນະ​​ໂຄງ​ປະກອບ​​ໃນ​ດ້ານ​​ອົບຮົມ​ ນຳ​ໃຊ້​ແລະ​​ແບ່ງປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ນັ້ນ​ໃຫ້​ສົມບູນ​ຂຶ້ນ; ສົ່ງ​ເສີມ​​ໃຫ້ວິ​ສາ​ຫະກິດ​ເພີ່ມ​ການ​ລົງທຶນ​​ໃນດ້ານ​ວິທະຍສາດ​ເຕັກນິກ; ປົວ​ແປງ​ລະບອບ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ດີ​ຂຶ້ນ; ພ້ອມ​ກັນນັ້ນ, ​ເພີ່ມ​ທະວີ​ວຽກ​ງານ​ເຜີຍ​ແຜ່​ຄວາມ​ຮູ້​ວິທະຍາສາດ​ໃຫ້​ທົ່ວ​ເຖິງ​ກັນ, ສ້າງ​ບັນຍາກາດ​ສົ່ງ​ເສີມ​ການ​ປະດິດ​ສ້າງ​​ດ້ານ​ວິທະຍາສາດ​ເຕັກນິກ​ໃນ​ສັງຄົມຕື່ມ​ອີກ; ທ່ານ​ຍັງ​ກ່າວ​ວ່າ, ຈີນ​ຈະ​ເພີ່ມ​ທະວີ​ການນຳ​ເຂົ້າຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ​ໃຊ້​ວິທີຫຼາຍຢ່າງ​​ດູດ​ດຶງ​ເອົາ​ຜູ້​ຮຽນ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ມາ​ສ້າງ​ພາລະກິດ​ຢູ່​ຈີນ.