ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 14:39:56    
ການ​ເຄື່ອນ​ໄຫວ​ການ​ຄ້າ​ສາ​ກົນ​ຂະ​ໜາດ​ໃຫຍ່​ສອງ​​ແຫ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິງ​ພ້ອມ​ກັນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 6 ມິຖຸນາ,ງານ​ຕະຫຼາດນັດ​ຄຸນ​ມິ​ງຈີນ​ປີ2006​ແລະ​ງານ​ສັງ​ສັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ເຂດສາມຫຼ່ຽມ​ປານ​ແມ່ນ້ຳຈູ່ຈ່ຽງຄັ້ງທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ຄຸນ​ມິ​ງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ມື້​ດຽວກັນ,ງານ​ວາງສະ​ແດງ​ສອງ​​ແຫ່ງດັ່ງກ່າວ​ລ້ວນ​ແຕ່​​ໄດ້ສະ​ແດງ​ໃຫ້​ເຫັນຢ່າງ​ພົ້ນ​ເດັ່ນ​ເຖິງ​ຄວາມ​ພະຍາຍາມ​ຂອງ​ຝ່າຍ​​ເຈົ້າພາບໃນ​ດ້ານ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​,​ເປີດ​ກວ້າງ​ການ​ໄຂ​ປະຕູ​ແລະຮ່ວມ​ມືກັບປະ​ເທດ​ອາຊຽນ.

ຍ້ອນ​ວ່າງານ​ຕະຫຼາດນັດ​ຄຸນ​ມິ​ງ​ແລະ​ງານ​ສັງ​ສັນການ​ຮ່ວມ​ມື​ເຂດ​ສາມຫຼ່ຽມ​ປານ​ແມ່​ນ້ຳ​ຈູ່​ຈ່ຽງ​ຈັດ​ຂຶ້ນ​ພ້ອມ​ກັນ,ຂະໜາດຂອງ​ງານ​ວາງສະ​ແດງ​ໃຫຍ່​ກວ່າ​ທຸກ​ສະ​ໄໝ​ທີ່​ຜ່ານ​ມາຢ່າງ​ຫຼວງ​ຫຼາຍ,​ມີວິ​ສາ​ຫະກິດ​ຕ່າງປະ​ເທດ​ແມ່ນ​ມາ​ຈາກ 19 ປະ​ເທດ​ແລະ​ເຂດ​ແຄວ້ນ. 10 ປະ​ເທດ​ອາ​ຊຽນຊຶ່ງ​ລວມທັງ​ລາວພ້ອມ​ກັບ​ອິນ​ເດຍ​ແລະບັງ​ກຼາ​ເດັດ​ລ້ວນ​ແຕ່​​ໄດ້ແຕ່ງ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ຫຼື​ຄະນະ​ຜູ້​ແທນວິ​ສາ​ຫະກິດ​ມາ​ຮ່ວມ​ງານ,ຝ່າຍ​ເຈົ້າພາບ​​ໄດ້​ຈັດ​ໃຫ້​ມີ​ຫໍ​ວາງສະ​ແດງ​ອາ​ຊຽນ​ໂດຍ​ຈຳ​ເພາະ,ຈັດ​ວາງ​ສະຖານ​ທີ່​ວາງສະ​ແດງ 210 ​ບ່ອນ​ໃຫ້​ວິ​ສາ​ຫະກິດ​ປະ​ເທດ​ອາ​ຊຽນ.

ຝ່າຍ​ເຈົ້າພາບ​ກ່າວ​ວ່າ,ຄອງ​ຄອຍ​ໃຫ້​ງານ​ຕະຫຼາດນັດ​ຄຸນ​ມິງ​ແລະ​ງານ​ສັງ​ສັນ​ເຂດ​ສາມ​ຫຼ່ຽມປານ​ແມ່ນ້ຳຈູ່ຈ່ຽງ,ຕັ້ງໜ້າ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແລະ​ເຂດ​ສາມຫຼ່ຽມ​ປານ​ແມ່ນ້ຳຈູ່ຈ່ຽງຂອງ​ຈີນ​ກັບ​ອາ​ຊຽນ​ແລະ​ເຂດອາຊີ​ໃຕ້.