|
 |
(GMT+08:00)
2006-06-07 10:17:04
|
 |
ດ່ານພາສີຈີນກັບອາຊຽນຈະເພີ່ມທະວີການຮ່ວມມືກັນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 6 ມິຖຸນາ ຢູ່ເມືອງຄຸນມິງທາງພາກຕາເວັນຕົກສຽງໃຕ້ຂອງຈີນ ທ່ານລິວເວີນເຈ ຮອງຫົວໜ້າກົມພາສີອາກອນຈີນກ່າວວ່າ,ຈີນຈະເພີ່ມທະວີການຮ່ວມມືກັບດ່ານພາສີອາຊຽນ.
ທ່ານລິວເວີນເຈເວົ້າວ່າ,ຈີນກັບອາຊຽນໄດ້ເລີ່ມຮ່ວມມືກັນໃນດ້ານດ່ານພາສີລະຫວ່າງສອງຝ່າຍຢ່າງເປັນທາງການເມື່ອປີ2003,ປະຈຸບັນໄດ້ຮັບຜົນທີ່ເປັນໜ້າເພິ່ງພໍໃຈ.ທ່ານເວົ້າວ່າ,ໃນມໍ່ໆນີ້ ດ່ານພາສີຈີນຈະສືບຕໍ່ປັບປຸງກົນໄກຮ່ວມມືຂັ້ນກົມແລະຂັ້ນຊ່ຽວຊານທີ່ມີຢູ່ໃນປະຈຸບັນລະຫວ່າງຈີນກັບອາຊຽນ;ຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດຂົງເຂດຮ່ວມມືບຸລິມະສິດທີ່ໄດ້ກຳນົດໄວ້ແລ້ວໃນຂະແໜງການດ່ານພາສີຂອງສອງຝ່າຍ;ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມືປະຕິບັດກົດໝາຍລະຫວ່າງດ່ານພາສີສອງຝ່າຍ,ໂດຍສະເພາະແມ່ນການແລກປ່ຽນໃນດ້ານຂໍ້ມູນຂ່າວສານແລະຂ່າວກອງ.
ທ່ານລິວເວີນເຈຍັງເຜີຍໃຫ້ຮູ້ວ່າ,ປະຈຸບັນ,ຕາມການສະເໜີຂອງຝ່າຍຈີນ, ຜູ້ຊ່ຽວຊານຂອງສອງຝ່າຍໄດ້ລົງມືຮ່າງສັນຍາຮ່ວມມືຫຼືບົດບັນທຶກຊ່ອຍຈຳລະຫວ່າງດ່ານພາສີຂອງຈີນກັບອາຊຽນແລ້ວ,ເພື່ອສ້າງພື້ນຖານກົດໝາຍໃຫ້ແກ່ການລົງເລິກການຮ່ວມມື.
|
|
|