ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 20:16:16    
ຂະ​ແໜງ​ການ​ກະສິກຳ​ຂອງ​ມາ​ເລ​ເຊຍ​ສະ​ແຫວ​ງຫາ​ໂອກາດ​ການ​ຄ້າ​ຢູ່​ແຂວງ​ຢຸນ​ນານ​ຈີນ

cri Author: mo
ຕາມ​ຂ່າວ​ສາ​ນຊີ​ນຮວາ: ​ເນື່ອງ​​ໃນ​ໂອກາດ​ງານ​ສັງ​ສັນ​​ເສດຖະກິດ​ການ​ຄ້າ​ເຂດ​ປານ​​ແມ່​ນ້ຳ​ຈູ່ຈ່ຽງຄັ້ງທີ 3 ​ແລະ​ງານ​ຕະຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຄຸນ​ມິງ​ປີ 2006 ຈັດ​ຂຶ້ນ, ຜູ້​ຮັບຜິດ​ຊອບ​ຂອງ​ກະຊວງ​ກະສິກຳ​ແລະ​ອຸດສາຫະກຳ​ພື້ນຖານ​ກະສິກຳ​ມາ​ເລ​ເຊຍ​ໄດ້​ນຳພາ​ບຸກຄົນ​ວົງ​ການ​ວິ​ສາ​ຫະກິດຫຼາຍທ່ານ​ມາ​ຮອດ​ຄຸນ​ມິ​ງ, ສະ​ແຫວ​ງຫາ​ໂອກາດ​ການ​ຄ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ດ້ານ​ຜະລິດ​ຕະພັນ​​ແລະ​ອາຫານ​ກະສິກຳ​ຂອງ​ສອງ​ຝ່າຍ​ແຂວງ​ຢຸນນານ​ກັບ​ມາ​ເລ​ເຊຍ.

ຜູ້​ຮັບຜິດຊອບ​ກະຊວງ​ດັ່ງກ່າວຂອງ​ມາ​ເລ​ເຊຍ​ກ່າວ​ວ່າ, ຜັກ ​ໃບຊາ ​ແລະ​ຜະລິດ​ຕະພັນ​ໃບຢາສູບ​ຂອງ​ແຂວງ​ຢຸນນານ​ຂາຍ​ດິບ​ຂາຍ​ດີ​ຢູ່​ມາ​ເລ​ເຊຍ, ສ່ວນ​ອຸດສາຫະກຳປຸງ​ແຕ່ງອາຫານ​ຂອງ​ມາ​ເລ​ເຊຍ​ມີ​ຕະຫຼາດ​ໃຫຍ່ທີ່​ສຸດຢູ່​ແຂວງ​ຢຸນນານ. ສອງ​ຝ່າຍ​ພັດທະນາ​ຜະລິດ​ຕະພັນ​ແລະ​ການ​ຄ້າອາຫານກະສິກຳ​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ.

ຕາມ​ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ພະ​ແນ​ກການ​ຄ້າ​ແຂວງ​ຢຸນນານ​ແນະນຳ​ວ່າ, ມາ​ເລ​ເຊຍ​ແມ່ນ​ປະ​ເທດການ​ຮ່ວມ​ມື​ຈຸດ​ໜັກ​​ລະຫວ່າງ​ແຂວງ​ຢຸນນານ​ກັບ​ອາ​ຊຽນ. ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ເມສາ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ແຂວງ​ຢຸນນານ​ກັບ​ມາ​ເລ​ເຊຍ​ໄດ້​ບັນລຸ​ເຖິງ 9 ລ້ານ 9 ​ແສນ 2 ໝື່ນ​ໂດ​ລາ.