ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 20:38:07    
ທ່ານ​ເຈິ່ງ​ເຜີຍ​ຢຽນ​ພົບ​ປະ​ທ່ານ​ຊາມ ປານ​ມີ​ຊາ​ໂນ ປະ​ທານ​ທັງ​ເປັນ​CEO​ຂອງ​ບໍລິ​ສັດ​IBM​ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະນະ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 8 ມິຖຸນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ່ງ​ເຜີຍ​ຢຽນ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານຊາມ ປານ​ມີ​ຊາ​ໂນ ປະທານ​ທັງ​ເປັນCEOຂອງ​ບໍລິສັດIBMອາ​ເມ​ລິ​ກາພ້ອມ​ດ້ວຍ​ຄະນະ.

ທ່ານ​ເຈິ່ງ​ເຜີຍ​ຢຽນກ່າວ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ພັດທະນາ​ຂອງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ, ສົ່ງ​ເສີມ​ແລະ​ສະໜັບສະໜູນ​ວິ​ສາ​ຫະກິດ​ຈີນ​ດຳ​ເນີນ​ທຸລະ​ການ​​ແລະ​ການ​ລົງທຶນ​ລະຫວ່າງ​ຊາດ. ທ່ານ​ເວົ້າວ່າ, ວຽກ​ງານ​ລວມຕົວ​ໃນທົ່ວ​ໂລກ​ຂອງບໍລິສັດ​ເລ​ໂນ​​ໂວ​ຈີນພາຍຫຼັງ​ເກັບ​ຊື້ທຸລະ​ການ​ຄອມ​ພິວ​ເຕີ​ທົ່ວ​ໂລກ​ຂອງ​ບໍລິສັດIBM​ແລ້ວນັ້ນ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ. ນີ້​ແມ່ນ​ໝາກຜົນ​ຂອງ​ການຮ່ວມ​ມື​​ດ້ວຍໄມຕີ​ຈິດ​ຂອງ​ສອງ​ຝ່າຍ. ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ, ບັນລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​.