ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 16:45:36    
ພາກ​ສ່ວນ​ຄວາມ​ທະ​ເລ​ຂອງ​ທ່າ​ກຳ​ປັ່ນ​ຟາງ​ເຊິງ​ກວາງ​ຊີ​ຈີນ​​ໄດ້​ກອບ​ກູ​ກຳ​ປັ່ນ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ລຳ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ

cri Author: cq

ຕາມ​ຂ່າວສານ​ຊິນຮວາ:ຫວ່າງ​ມໍ່ໆ​ນີ້,ພາກສ່ວນຄວາມ​ທະ​ເລຂອງ​ທ່າ​ກຳ​ປັ່ນ​ຟາງ​ເຊິ​ງກວາງຊີ​ຈີນ​​ໄດ້ກອບ​ກູ​ກຳ​ປັ່ນ​ສິນຄ້າ​ຂອງຫວ​ຽດນາມລຳໜຶ່ງຢ່າງ​ສຳ​ເລັດ​ຜົນຢູ່​ເຂດ​ທະ​ເລ​ໄບລົງ​ຂອງ​ທ່ານກຳ​ປັ່ນ​ຟາງ​ເຊິ​ງ,ລູກ​ເຮືອ6ຄົນ​ໃນ​ກຳ​ປັ່ນ​ລ້ວນ​ແຕ່​ພົ້ນ​ຈາກຄວາມອັນຕະລາຍ.

ຕອນ​ເຊົ້າ​ວັນ​ທີ7 ມິ​ຖຸນາ,ຍ້ອນ​ວ່າ​ປະສົບ​ລົມ​ແຮງ​ຟອງ​ໃຫຍ່ຢູ່​ເຂດ​ທະ​ເລໄບລົງ​ທ່າ​ກຳ​ປັ່ນ​ຟາງ​ເຊິ​ງ,ກຳ​ປັ່ນ​ສິນຄ້າ​ເລກ"HD0695"ຂອງຫວ​ຽດນາມ​ລຳ​ໜຶ່ງ,ກົນ​ຈັກ​ຕົ້ນຕໍຕິດຂັດ,ຄວບຄຸມ​ບໍ່​ໄດ້​ເລີຍ,ຊີວິດລູກ​ເຮືອ6ຄົນ​ຢູ່​ໃນ​ກຳ​ປັ່ນອັນຕະລາຍ​ທີ່​ສຸດ.​ໂດຍ​ຜ່ານການ​ກອບ​ກູ້​ຊົ່ວ​ໂມງປາຍ,ພະນັກງານ​ຄວາມ​ທະ​ເລ​ທ່າກຳ​ປັ່ນ​ຟາງ​ເຊິ​​ງ​ໄດ້ກອບ​ກູ້ລູກ​ເຮືອຫວຽດນາມ6ຄົນ​ທີ່​ປະສົບ​ອັນຕະລາຍ​ຢ່າງ​ສຳ​ເລັດ​ຜົນ,​ຈັກ​ຕົ້ນຕໍ​ຂອງ​ກຳ​ປັ່ນ​ກໍ່​ໄດ້ຖືກ​ສ້ອມ​ແປງ,​ແລ້ວພົ້ນ​ຈາກຄວາມ​ອັນຕະລາຍ​ທີ່​ຄວບ​ຄຸມບໍ່​ໄຫວ,​ພາຍ​ໃຕ​ການປົກ​ປ້ອງ​ຂອງ​​ເຮືອລາດຕະ​ເວນ​ຄວາມ​ທະ​ເລ​ທ່າ​ຟາງ​ເຊິງ,ກຳ​ປັ່ນສິນຄ້າ​ຫວຽດນາມໄດ້​​ແລ່ນ​ເມື່ອ​ຮອດ​ທ່າ​ກຳ​ປັ່ນ​ໄບລົງ​ຢ່າງ​ປອດ​ໄພ,ກອບ​ກູ້​ຄວາມ​ເສຍຫາຍ​ດ້ານ​ເສດຖະກິດ3ລ້ານ3​ແສນ​ກວ່າ​ຢວນ​.