ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 20:11:59    
ການ​ຫາລື​ວຽກ​ງານ​ປ້ອງ​ກັນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດ​ຂຶ້ນ​ທີ່​ປັກ​ກິ່ງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ມິຖຸນາ ຢູ່​ທີ່​ປັກ​ກິ່ງ, ການ​ຫາລື​ວຽກ​ງານ​ປ້ອງ​ກັນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ໄດ້​ຈັດ​ຂຶ້ນ​ທີ່​ປັກ​ກິ່ງ. ສອງ​ຝ່າຍ​ໄດ້​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ ມິດຕະພາບ​ແລະ​ມີ​ລັກສະນະ​ສ້າງສັນ​ກ່ຽວ​ກັບ​ສະຖານະ​ການ​ສາກົນທີ່​ສົນ​ໃຈ​ນຳ​ກັນ ຄວາມ​ປອດ​ໄພ​ຂອງພາກ​ພື້ນ ການ​ພົວພັນ​ສອງ​ຝ່າຍ​ແລະ​ການ​ສ້າງສາກອງທັບ​ເປັນຕົ້ນ.

ການ​ຫາລື​ດັ່ງກ່າວ​ແມ່ນ​ທ່ານ​ຈັ່ງ​ຊີ້ນ​ເຊີງ ຜູ້​ຊ່ອຍ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ແລະ​ທ່ານ​ໂລ​ຕ໌ມານ ຜູ້​ຊ່ອຍ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ເປັນ​ປະທານ. ​ໃນ​ເວລາ​ຫາລື​ກັນ, ສອງ​ຝ່າຍ​ຍັງ​ໄດ້​ເສີມ​ສ້າງ​ຈິດ​ໃຈ​ທີ່​ບຸກບືນ​ກ້າວໜ້າ​ຢ່າງ​ຕັ້ງໜ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ກອງທັບ​ຈີນ​ອາ​ເມ​ລິ​ກາ​ຕື່ມ​ອີກ, ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ສອງ​ຝ່າຍ​ຍັງ​ໄດ້​ຊອກ​ຄົ້ນວິທີ​ແລະ​ຊ່ອງ​ທາງ​​ແຫ່ງ​ການ​ລົງ​ເລິກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ກອງທັບ.

ກົນ​ໄກ​ຫາລື​ວຽກ​ງານ​ປ້ອງ​ກັນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1997, ​​ໃຊ້​ວິທີ​ຜັດ​ປ່ຽນ​ກັນ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງຂອງ​ສອງ​ປະ​ເທດ, ນັບ​ມາ​ຮອດ​ປັດຈຸບັນ, ​ໄດ້​ຈັດ​ຂຶ້ນ 8 ​ເທື່ອ​ແລ້ວ.