ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-10 18:56:19    
ງານ​ວາງສະ​ແດງ​ໝາກ​ຜົນ​ຂອງ​ງານ​ເອັສ​ໂປ​ຈີນ​ອາ​ຊຽງ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 10 ມິຖຸນາ, ງານ​ວາງສະ​ແດງ​ໝາກຜົນ​ຂອງ​ງານ​ເອັສ​ໂປ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ໃນ​ຖານ​ເປັນ​ພາກສ່ວນໜຶ່ງຂອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂອງ​"ສັບປະດາວັດທະນະທຳ​ປັກ​ກິ່ງ​ກວາງຊີ​ປີ 2006", ງານ​ວາງສະ​ແດງ​ໝາກຜົນ​ຂອງ​ງານ​ເອັສ​ໂປ​ຈີນ​ອາ​ຊຽງ​ໄດ້​ໃຊ້​ຮູບ​ພາບ​ແລະ​ຕົວ​ໜັງສື, ​ແນະນຳ​ການ​ຮ່ວມ​ມື​ແລະໝາກຜົນ​ທີ່​ຈີນ ອາ​ຊຽນ​ແລະ​ປະ​ເທດ​ອື່ນໆ​ໄດ້​ຮັບ​ໃນດ້ານ​ການ​ຄ້າ ການ​ລົງທຶນ​ແລະ​ການທ່ອງທ່ຽວ​ເປັນຕົ້ນ​ແຕ່​ຈັດງານ​ເອັສ​ໂປ​ຈີນ​ອາຊຽນ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ເມື່ອ​ປີ 2004 ​ເປັນຕົ້ນມາ.

ເມື່ອ​ງານ​ເອັສ​ໂປ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນຢ່າງສຳ​ເລັດ​ຜົນສອງ​ສະ​ໄໝ​ແລ້ວ, ກໍ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ທີ່​​ອາ​ຊຽນ​ເປີດ​ກວ້າງການ​ອອກສິນຄ້າ​ເຂົ້າຕະຫຼາດຈີນ, ​​ເປັນ​ແທ່ນ​ທີ່​ວິ​ສາ​ຫະກິດ​ອາ​ຊຽນຈັດ​ຊື້​ສິນຄ້າ​ຈາກ​ຈີນ, ​ແລະ​ຂົວ​ສະພານ​ທີ່​ປະ​ເທດ​ອາ​ຊຽນດູດ​ດຶງ​​ເອົາທຶນ​ແລະ​ນຳ​ເຂົ້າ​ເຕັກນິກ​​ກ້າວໜ້າທີ່​ເໝາະ​ໃຊ້​ຂອງ​ຈີນ, ທັງ​ເປັນ​ປ່ອງຢ້ຽມ​ທີ່​ປະ​ເທດ​ອາ​ຊຽນວາງສະ​ແດງ​ບ່ອນ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕົນ ​ແລະ​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຂອງ​ຈີນ.

ງານ​ເອັສ​ໂປ​ຈີນ​ອາ​ຊຽນຄັ້ງທີ 3 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ໃນເດືອນຕຸລາ​ປີ​ນີ້.