ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 15:44:25    
ຝ່າຍ​ຈີນ​ຫວັງ​ໃຫ້​ອິນ​​ໂດ​ເນ​ເຊຍ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​​ເຄົາ​ລົບ​ນະ​ໂຍ​ບາຍ​ຈີນ​ດຽວ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ

cri Author: mo
ຕາມ​ຂ່າວ​CRI:ວັນ​ທີ 12 ມິຖຸນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ອິນ​ໂດ​ເນ​ເຊຍ​ຄຳນຶງ​ເຖິງ​ການ​ປົກ​ປັກ​ຮັກສາ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ແລະ​ສັນຕິພາບ​ ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນຕົນ, ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​​ເຄົາລົບ​ນະ​ໂຍບາຍ​ຈີນ​ດຽວ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຮັດ​ຊັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ທີ່​ມາ​ຢ້ຽມຢາມ​ນັ້ນ, ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ, ຈີນ​ກັບ​ອິນ​ໂດ​ເນ​​ເ​ຊຍ​ແມ່ນ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນກັບ​ອິນ​ໂດ​ເນ​ເຊຍ​ທຳ​ຄວາມ​ພະຍາຍາມ, ຊຸກ​ຍູ້​ໃຫ້ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ໜ້າຫຼາຍກວ່າ​ເກົ່າ. ທ່ານ​ລີ​ຈ້າ​ວຊິງ​ຍັງ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​​ໃຫ້ການຊ່ອຍ​ເຫຼືອຕາມ​ຄວາມ​ສາມາດ​ຂອງຕົນແກ່​ເຂດ​ປະສົບ​ໄພ​ແຜ່ນດິນ​​ໄຫວ​ຢົກ​ຢາ​ກາກ​ຕາ​ອິນ​ໂດ​ເນ​ເຊຍ.

ທ່ານ​ຮັດ​ຊັນ​ເວົ້າວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​​ສົນທະນາ​ແລະ​​​ແລກ​ປ່ຽນ​ກັບ​ຝ່າຍ​ຈີນ​ເພີ່ມ​ຂຶ້ນ, ບຸກ​ເບີກ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ. ທ່ານ​ກ່າວ​ລື້​ມວ່າ, ອິນ​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ເຄົາລົບ​ນະ​ໂຍບາຍ​ຈີນ​ດຽວ.