ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 20:39:07    
ທ່ານ​ຫູ​ຈີນ​ທ່າວ​ສົ່ງ​ໂທລະ​ເລກ​ອວຍພອນໃຫ້​ທ່ານ​ປູ​ຕິນ​ເນຶ່ອງ​ໃນ​ໂອກາດ​ວັນຊາດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ12 ມິຖຸນາ​ແມ່ນ​ວັນຊາດ​ຣັດ​ເຊຍ.ມື້​ດຽວ​ກັນ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ສົ່ງ​ໂທລະ​ເລກ​ອວຍພອນ​ໃຫ້​ທ່ານ​ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ.

ໃນ​ໂທລະ​ເລກ​ອວຍພອນ​ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານປະທານາທິບໍດີ​ປູ​ຕິນ,ຢູ່​ຣັດ​ເຊຍ​ການ​ເມືອງ​ມີ​ສະຖຽນ​ລະ​ພາບ,​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ,ກຳລັງ​ແຮງ​​ແຫ່ງ​ຊາດ​​ເຂັ້ມ​ແຂງ​ຂຶ້ນຢ່າງ​ບໍ່ຢຸດ​ຢັ້ງ,​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,​ແຕ່ຈີນ​ກັບ​ຣັດ​ເຊຍ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຂາ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ​ໃນ10ປີ​ເປັນ​ຕົ້ນ​ມາ,ການ​ພົວພັນ​ດັ່ງກ່າວ​ໄດ້​ມີທ່ວງທ່າ​ພັດທະນາ​ຢ່າງປອດ​ໃສ​ແລະ​ຟົດ​ຟື້ນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ຄວານ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນທາງ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ເພີ່ມ​ທະວີ​ຕື່ມ​ອີກ,ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ມີ​ຜົນສຳ​ເລັດ​ອັນອຸດົມສົມບູນ,​ໄດ້ປະສານ​ງານ​ແລະ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,​ໄດ້​ປະກອບສ່ວນອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ​ສະຖຽນ​ລະ​ພາບ​ຂອງ​ໂລກ,​ແລະຊູ​ກຍູ້​ການ​ພັດທະນາ​ຮ່ວມ​ກັນ.​ເຊື່ອ​ວ່າ​ພາຍ​ໃຕ້​ການ​ຊຸກຍູ້​​ຂອງ​ສອງ​ຝ່າຍ,ການ​ພົວພັນ​ຄູ່​ຂາ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍຈະ​ພັດທະນາ​​ດີກ​ວ່າ​ເກົ່າ.