ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 21:08:11    
ຜູ້​ຊ່ຽວ​ຊານ​ທາງ​ການ​ທະ​ຫານ​ຈີນ​ຊີ້​ອອກ​ວ່າ,​ຈີນ​ຂາຍ​ອາ​ວຸດ​ໃຫ້​ຕ່າງ​ປະ​ເທດ​ຢ່າງ​ພໍ​ດ້າມ​ພໍ​ດີ​ແມ່ນ​ສົມ​ເຫດ​ສົມ​ຜົນ​​ແລະ​ຊອບ​ກົດ​ໝາຍ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 12 ມິ​ຖຸນາ ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວຂ່າວສານ​ຊິນ​ຮວາ ທ່ານ​ເຖີງຈ້ຽນຊູນ ຫົວໜ້າ​ພະ​ແນ​ກຄົ້ນຄວ້າຂອງ​ສະມາຄົມຄວບ​ຄຸມແລະ​ຫຼຸດ​ກຳລັງ​ລົບຈີນ​ກ່າວ​ວ່າ,ຈີນ​ໄດ້​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການຂາຍ​ອາວຸດ​ທີ່ມີ​ການຈຳ​ກັດ​ໃຫ້​ຕ່າງປະ​ເທດ,ບໍ່​ໄດ້​ຂົ່ມຂູ່​ເຖິງ​ສັນຕິ​ພາບ​ຂອງ​ພາກ​ພື້ນ,ກໍ່​ບໍ່​ໄດ້​ກໍ່​ໄພ​ມະນຸດສະທຳ.

ວັນ​ທີ 12 ມິຖຸນາ,​"ສາກົນ​ນີລະ​ໂທດ"​ເຊິ່ງ​ເປັນອົງການສິດ​ທິມະນຸດ​ສາກົນໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນຫາ​ຈີນສົ່ງ​ອອກ​ອາວຸດ,ຕິ​ຕຽນ​ຈີນ​ສົ່ງອອກອາວຸດ​ຈຳນວນ​ຫຼວງ​ຫຼາຍໃຫ້​ມຽນມາ ​ເນ​ປານ​ແລະ​ຊູ​ດັງ​ເປັນຕົ້ນ,ອັນ​ໄດ້​ເຮັດ​ໃຫ້​ສະຖານະ​ພາບ​ຂອງ​​ເຂດ​ແຄວ້ນ​ເຫຼົ່າ​ນີ້​ເຄັ່ງ​ຕຶງ​ຂຶ້ນ,ທັງ​ພາ​ໃຫ້​ເກີດ​ໄພ​ມະນຸດສະທຳ.​

ໂດຍ​ແນະ​ໃສ່​ການຕິຕຽນ​ດັ່ງກ່າວ,ທ່ານ​ເຖີງຈ້ຽນຊູນ​ເວົ້າວ່າ,ຈີນ​ໄດ້​ປະຕິບັດ​ຕາມ​ຂໍ້​ກຳນົດ​ສາກົນ​ທີ່ກ່ຽວຂ້ອງຢ່າງ​ເຄັ່ງ​ຄັດ,​ທັງ​ໄດ້​ຄວບ​ຄຸມ​ຕົນ​ເອງ​ຢ່າງ​ເຄັ່ງ​ຄັດໃນ​ດ້ານ​​ໂອນອຸປ​ະກອນ​ແລະ​​ເຕັກນິກ​ທາງ​ການ​ທະຫານ.ຈີນ​ແມ່ນ​ອີງ​ຕາມ​ຫຼັກ​ກະ​ຕິ​ກາ​ສາກົນ,ສົ່ງ​ອອກ​ອາວຸດ​​ແຜນ​ທຳ​ມະ​ດາ​ຢ່າງ​ພໍ​ດ້າມ​ພໍດີ,​ດັ່ງນັ້ນແມ່ນ​ສົມ​ເຫດ​ສົມ​ຜົນ​ແລະ​ຊອບ​ກົດໝາຍ,​ຈະ​ຕິຕຽນ​ບໍ່​ໄດ້.