ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 22:06:33    
ງານ​ສັງ​ສັນ​ກັນ​ປານ​ແມ່​ນ້ຳ​ຈູ​ຈ່ຽງ​ແລະ​ງານ​ຕະ​ຫຼາດ​ນັດ​ຄຸນ​ມິງ​ເປັນ​ແທ່ນ​ໃໝ່​​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາຊຽນ

cri

ຕາມ​ຂ່າວcri:ວັນ​ທີ10 ມິຖຸນາ,ງານ​ສັງ​ສັນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ປານ​ແມ່​ນ້ຳ​ຈູ​ຈ່ຽງຄັ້ງ​ທີ3ທັງ​ເປັນ​ງານຕະຫຼາດນັດສິນຄ້າ​ສົ່ງ​ອອກຄຸນ​ມິ​ງປີ2006ຢູ່​ເມືອງ​ຄຸນ​ມິ​ງ ​ແຂວງ​ຢວນນານຢ່າງ​ໄດ້ຜົນ​ເຕັມ​ແມັດ​ເຕັມ​ໜວຍ.ການ​ເຄື່ນ​ໄຫວ​ເສດຖະກິດ​ການ​ຄ້າ​ສອງ​ລາຍ​ນີ້​ໄດ້​ເຫັນ​ແທ່ນ​ໃໝ່​ຂອງການ​ຮ່ວມ​ມື​ລະຫວ່າງ,9​ເຂດ​ແຂວງຢູ່​ພາກ​ໃຕ້​ແລະພາກ​ຕ​າ​ເວັນ​ຕົກ​ ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ,ມາ​ກາວ​ຂອງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາຊຽນ.

ຕາມ​ຂ່າວ​ແຈ້ງວ່າ,​ໃນການ​ເຄື່ອນ​ໄຫວ​ເສດຖະກິດ​ການ​ຄ້າ​ສອງ​ລາຍ​​ໄດ້​ເຊັນ​ສັນຍາ1019​ໂຄງການ,ມູນ​ຄ່າ​ໂຄງການບັນລຸ198ຕື້170ລ້ານຢວນ​.​ໃນ​​ໂຄງການ​ເຫຼົ່າ​ນີ້,​​ໂຄງການ​ລົງທຶນ​ກໍ່ສ້າງສິ່ງ​ກໍ່ສ້າງ​ການ​ຄ້າ​ຢູ່ຕະຫຼາ​ດປະ​ເທດອ້ອມ​ແອ້ມ​ຂອງ​ຈີນ​​ໄດ້ເພີ່ມ​ຂຶ້ນ,ທຶນ​ໄດ້​ເພີ່ມ​ຂຶ້ນ​ຕື່ມ,ວິ​ສາ​ຫະກິດ​ສ່ວນ​ໜຶ່ງ​ໄດ້​ເຊັນ​ສັນຍາໂຄງການ​ຮ່ວມ​ມື​ລົງທຶນ​ນອກ​ຊາຍ​ແດງ​ງວດ​ໜຶ່ງ​ກັບ​ວິ​ສາ​ຫະກິດ​ຂອງມຽນມາ,ຫວຽດນານ​ເປັນ​ຕົ້ນ,ທັງ​ນີ້​ໄດ້ສະ​ແດງ​​ໃຫ້​ເຫັນຄວາມ​ຈູບ​ຈ້າວ​ແລະ​ກຳລັງ​ບົ່ມ​ຊ້ອນ​ລົງ​ທຶນ​ທີ່​ບັນດາ​ຝ່າຍຝາກ​ຮ່ວມ​ກັບ​ບຸກ​ເບີກ​ອາ​ຊຽນ.