ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 16:58:35    
ຈີນ​ຈະ​ຂາຍ​ເຮືອ​ບິນ​​ໃຊ້​ທາງ​ພົນ​ລະ​ເຮືອນ​15​ລຳ​ໃຫ້​ອິນ​ໂດ​ເນ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ13​ມິຖຸນາ, ຄະນະ​ກຳມະການກວດກາ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ລັດຖະ​ບານ​ຈີນລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້,ວິ​ສາ​ຫະກິດ​ການບິນ​ຂອງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ເຊັນ​ຂໍ້​ຜູກ​ພັນ,ຝ່າຍຈີນ​ຈະຂາຍ​ເຮືອບິນ​ໃຊ້​ທາງ​ພົນ​ລະ​ເຮືອນ15​ລຳ​​​ໃຫ້ອິນ​ໂດ​ເນ​ເຊຍ.

ຕາມ​ຂໍ້​ຜູກ​ພັນ,ບໍລິສັດ​ການບິນ​PT.ເມີ​ພາ​ຕີ ນູຊານ​ຕາຣາ​ ແອ​ລາຍ ​ເຊິ່ງ​ແມ່ນບໍລິສັດ​ການບິນ​ໃຫຍ່​ທີ​ສອງ​ຂອງ​ອິນ​ໂດ​ເນ​ເຊ​ຍຈະ​ຊື້​​ເຮືອບິນ​"ຊິ່ນ​​ໂຈ່ວ60"15ລຳ,​ເດືອນ​ກັນຍາ​ປີ​ນີ້​ຈະ​ມອບ​ລຳ​ທຳ​ອິດ,ອີກ14ລຳ​ຈະແບ່ງອອກ​ຫຼາຍ​ງວດມອບ​ໃຫ້​ໃນ​ປີ2007.

ຕາມ​​ໄດ້​ຊາບ,​ເຮື​ອບິນ"ຊິ່ນ​ໂຈ່​ວ60"​ແມ່ນ​ເຮືອບິນ​ໂດ​ຍສານ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ,​ ຄຸນ​ລັກສະ​ນະກວມ​ລວມ​ຂອງ​ຍົນໄດ້​ບັນລຸ​ລະດັບກ້າວໜ້າ​ຂອງ​ຍົນ​ປະ​ເພ​ດດຽວ​ກັນ.ອິນ​ໂດ​ເນ​ເຊຍ​ມີ​ຊື່​ສວຍ​ງາມ​​ເປັນ"​ປະ​ເທດ​ພັນ​ເກາະ",ຄົມມະ​ນາ​ຄົມ​ລະ​ຫວ່າງ​​ເກາະດອນ​ຕ່າງໆ​​ເໝາະ​ໃຊ້​ເຮື​ອບິນ​ໂດຍສານສາຍ​ສາຂາ​ແບບ​ນີ້.