ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 17:50:39    
ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ອາຊີ​ປາຊີ​ຟິກ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ​ສະ​ຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ກາວ

cri Author: mo
ຕາມ​ຂ່າວCRI: ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ອາຊີ​ປາຊີ​ຟິກຂອງອົງການ​ທ່ອງ​ທ່ຽວ​ໂລກ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ກາວ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 14 ມິຖຸນາ.

ລັດຖະມົນຕີ​ທີ່​ຮັບຜິດຊອບ​ການທ່ອງທ່ຽວ​ຂອງ 15 ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ຈີນ ​ໄທ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ​ ບັງ​ກະລາ​ເດັດ ​ມົງ​ໂກລີ​ແລະ​ມາ​ກາວ​ຈີນ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ, ຜູ້​ຮ່ວມ​ປະ​ຊຸມ​ຍັງ​ມີ​ແຂກ​ຜູ້​ມີ​ກຽດ​ຮ້ອຍ​ກວ່າ​ຄົນ​ທີ່​ມາ​ຈາກ​ອາ​ຊີ​ປາຊີ​ຟິກ​ແລະ​ເຂດ​ອື່ນ​ໆ.

ບັນດາ​ຜູ້​ແທນ​ໄດ້​ຫາລື​ທ່ວງທ່າ​ຂະຫຍາຍຕົວ​ຂອງ​ການທ່ອງທ່ຽວ​ຢູ່​ອາຊີ​ປາຊີ​ຟິກ, ​ແລະ​ໄດ້​ຫາລື​ຫົວ​ຂໍ້​ກ່ຽວ​ກັບ ຕະຫຼາດ​​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ອິນ​​ເດຍ​ທີ່​ພວມ​ຈະ​ເລີ​ນຂຶ້ນ, ການ​ຊຳລະ​ວິ​ກິດ​ການ, ​ແລະ​ການ​ນຳ​ໃຊ້​ການທ່ອງ​ທ່ຽວ​ມາ​ບຳບັດ​ຄວາມທຸກ​ຍາກ​ເປັນຕົ້ນ.

ຄົນ​ທັງຫຼາຍເຫັນ​​ໂດຍ​ທົ່ວ​ໄປ​ວ່າ, ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແມ່ນ​ຫົວ​ລົດ​ໄຟ​ທີ່​ຊຸກ​ຍູ້​ໃຫ້​ການທ່ອງທ່ຽວ​​ໃນ​ທົ່ວໂລກ​ພັດທະນາ, ຕາມ​ສະຖິຕິ, ປີ 2005, ມີນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ 156 ລ້ານ​ຄົນ​ມາ​ທ່ຽວ​ອາຊີ.