ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 17:55:31    
ເຂດ​ກວາງຊີ​ຂອງຈີນ​ສ້າງ​ແທ່ນ​ຄ້າ​ຂາຍ​ປັດ​​ໄຈ​ການ​ຜະ​ລິດ​ກະ​ສິ​ກຳ​ກັບ​ອາຊີ​ອາ​ຄະ​ເນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ພວມ​ສຸມ​ກຳລັງ​ສ້າງ​ແທ່ນ​ຄ້າຂາຍປັດ​​ໄຈ​ການ​ຜະລິດ​ກະ​ສິກຳ​ລະຫວ່າງ​ຈີນ​ກັບປະ​ເທດ​ອາຊີ​ອາ​ຄະ​ເນ. ວັນ​ທີ 13 ມິຖຸນາ, ງານ​ຕະຫຼາດນັດ​ປັດ​​ໄຈ​ການ​ຜະລິດກະສິກຳ​ອາ​ຊີ​ອາຄະ​ເນ​ປີ 2006 ​ໄດ້​ເປີດ​ສາກ​ຢູ່​ເມືອງ​ກຸ້ຍ​ລີ​ນ​ເຂດ​ກວາງ​ຊີ.

ຕາມຝ່າຍ​ເຈົ້າພາບ​ແນະນຳ​ວ່າ, ປະ​ເທດ​ອາຊີ​ອາຄະ​ເນ​ສ່ວນຫຼາຍ​ແມ່ນ​ເອົາ​ກະສິກຳ​ເປັນຫຼັກ, ຕະຫຼາດປັດ​​ໄຈ​ການ​ຜະລິດ​ກະສິກຳ​ມີ​ກຳລັງ​ບົ່ມຊ້ອນ​ອັນ​ມະຫາສານ. ຈີນ​ກັບປະ​ເທດ​ອາຊີ​ອາຄະ​ເນ​ມີ​ລັກສະນະຕາບ​ຈູນກັນຫຼາຍ​ໃນດ້ານ​ຜະລິດ​ຕະພັນ​ກະສິກຳ​ແລະ​ປັດ​​ໄຈ​ການ​ຜະລິດກະສິກຳ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ມີ​ຊ່ອງ​ຫວ່າງ​​ໃຫຍ່​ຫລວງ. ​ເຂດ​ກວາງຊີ​ຕັ້ງຢູ່​ໃຈກາງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ​ແມ່ນ​ແຂວງ​​ດຽວ​ທີ່​ມີ​ດິນ​ແດນ​ແລະ​ທະ​ເລ​ຕິດ​ກັບປະ​ເທດ​ອາຊີ​ອາຄະ​ເນ, ​ແລະກໍ​ແມ່ນ​ຊ່ອງ​ທາງ​ສຳຄັນ​ທີ່​​ແລກປ່ຽນ​ກັບ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ.