ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 19:03:26    
ຜູ້​ນຳ​ສຸດ​ຍອດ​ຂອງ​ລັດ​ຖະ​ບານ​ຈີນ​ແລະ​ອາ​ຊຽນ​ຈະ​ເຂົ້າ​ຮ່ວມ​ງານ​ເອັກ​ສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ3

cri

ຕາມ​ຂ່າວສານ​ຈີນ:ຕອນ​ຄ່ຳ​ວັນ​ທີ12 ມິ​ຖຸນາ,​ໃນ​ເວລາ​ພົບ​ປະທ່ານ​ໂດນາດ ທານ​ບູນານ ຮອງ​ເລຂາທິການ​ໃຫຍ່​​ຄະນະ​ເລຂາ​ອາຊ​ຽນ​ແລະ​ຜູ້​​ແທນ​ຂອງ10ປະ​ເທດ​ອາຊ​ຊຽນຢູ່​ນານ​ນິງ ​ເຂດກວາງຊີ,ທ່ານຫຼີຈີນ​​ໂຈ ຮອງ​ປະທານ​ເຂດກວາງຊີ​ເຜົ່າ​ຈ້ວງ​ປົກຄອງຕົນ​ເອງ​ຈີນ,ຮອງ​ຫົວໜ້າ​ຄະ​ນະ​ກຳມະການ​ຈັດ​ຕັ້ງ​ງານ​ເອັກສ໌​ໂປ​ຈີນ​ອາຊ​ຽນ​ເຜີຍ​ໃຫ້​ຮູ້​ວ່າ,ຜູ້ນຳ​ສຸດ​ຍອດ​ຂອງ​ລັດຖະບານ​ຈີນ​ແລະ​ລັດຖະບານ​10ປະ​ເທດອາຊ​ຽນຈະ​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຈີນ​ອາຊ​ຽນຄັ້ງ​ທີ3ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນານ​ນິງ​ກວາງຊີ​ໃນ​ທ້າຍ​ເດືອນຕຸລາ,ງານ​ເອັກສ໌​ໂປ​ຄັ້ງ​ນີ້​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ.

ຕາມ​ໄດ້​ຊາບ,ຜູ້ນຳ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາຊ​ຽນຈະ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ທີ່​ລະ​ລຶກຈີນ​ກັບ​ອາຊ​ຽນສ້າງການ​ພົວພັນ​ຄູ່​ສົນທະນາ​ຄົບຮອບ15ປີ,​ງານ​ເອັກສ໌​ໂປ​ຈີນ​ອາຊ​ຽນຄັ້ງ​ທີ3ທີ່​ຈັດໃນ​ໄລຍະດຽວ​ກັນຈະ​ໄດ້​ຮັບ​ການ​ກວດກາ​ຂອງ​ຜູ້ນຳ​ສຸ​ດຍອດ11ປະ​ເທດ.