ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 20:37:37    
ມູນ​ຄ່າ​ການ​ຄ້າ​ທະ​ວິ​ພາ​ຄີ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ບັນ​ດາ​ປະ​ເທດ​ອາ​ຊຽນ​ພວມ​ເພີ່ມ​ຂຶ້ນ​ຕາມ​ຈັງ​ຫວະ​20%​ຕໍ່​ປີ

cri

ຕາມ​ຂ່າວສານ​ຊິນ​ຮວາ:ພາຍ​ຫຼັງ​ຈີນ​ກັບ​ອາຊ​ຽນສ້າງ​ການ​ພົວພັນ​ສົນທະນາ15ປີ​ມາ​ນີ້,ມູນ​ຄ້າ​ການ​ຄ້າ​ທະວິ​ພາຄີ​ລະຫວ່າງ​ຈີນ​ກັບບັນດາປະ​ເທດ​ອາຊຽນພວມ​ເພີ່ມ​ຂຶ້ນຕາມ​ຈັງຫວະ20%ຕໍ່​ປີ.ນີ້​ແມ່ນ​ນັກ​ຂ່າວ​​ໄດ້ຊາບຈາກກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ງານ​ເອັກສ໌​ໂປ​ຈີນ​ອາຊ​ຽນຄັ້ງ​ທີ3ທີ່​ຈັດ​ຂຶ້ນ​ຢູ່​ນະຄອນນານ​ນິງ ​ທາງ​ພາກ​​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ13 ມິ​ຖຸນາ.

ຕາມ​​ແນະນຳ​ວ່າ,ປີ​ກາຍ​ນີ້,ອາຊ​ຽນ​ໄດ້​ກາຍ​ເປັນ​ຄູ່​ຂາ​ການ​ຄ້າ​​ໃຫຍ່ທີ4ຂອງ​ຈີນ​ເຊິ່ງຖັດຈາກ​ອາ​ເມ​ລິ​ກາ,ສະຫະພາບ​ເອີ​ລົບ,ຍີ່ປຸ່ນ,​ທັງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດຂອງ​ຈີນ​ໃນ​ປະ​ເທດ​ພວມພັດທະນາ.ພ້ອມກັນ​ນັ້ນ,ຈີນ​ກໍ່​ໄດ້ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ4ຂອງ​ອາຊ​ຽນ.​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ປີ​ນີ້,ຍອດມູນ​ຄ້າການ​ຄ້າ​ລະຫວ່າງ​ຈີນ​ກັບອາຊ​ຽນ​​ໄດ້​ບັນລຸ47ຕື້​ໂດ​ລາ​ສະຫະລັດ,​​ເຊິ່ງເພີ່ມ​ຂຶ້ນ22%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນຂອງປີ​ກາຍ​ນີ້.