ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 18:31:39    
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ງານ​ເອັກ​ສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​3​ຈັດ​ຂຶ້ນ​ຢູ່​ນານ​ນິງ ​​ເຂດ​ກວາງ​ຊີ​ຈີນ

cri

ຕາມ​ຂ່າວ​ຈາກ​ໜັງສືພິມກວາງຊີ​ຢື້​ປ້າວ:ວັນ​ທີ13 ມິ​ຖຸນາ,​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສງານ​ເອັກສ໌​ໂປ​ຈີນ​ອາຊ​ຽນຄັ້ງ​ທີ3ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​​ເທດສະບານເຂດ​ກວາງຊີ​​ເຜົ່າ​ຈວງປົກຄອງ​ຕົນ​ເອງຂອງ​ຈີນ.ຜູ້​ແທນ​ເກືອບ60ທ່ານ​ທີ່ມາ​ຈາກ​ຈີນ​ແລະ10ປະ​ເທດອາຊຽນ​ແລະ​ຄະນະ​ເລຂາ​ອາຊຽນຫາລື​ກັນກ່ຽວ​ກັບ​ວຽກ​ງານ​ກະກຽມ​ຂອງງານເອັກສ໌ໂປຈີນອາຊຽນ.

ທ່ານ​ອູ​ເຈິ້ງ​ພິງ ຮອງ​ຫົວໜ້າ​ກົມ​ອາຊີກະຊວງ​ການ​ຄ້າ​ຈີນ​ວາງຂໍ້​ສະ​ເໜີ​ກ່ຽວ​​ກັບ​ການ​ເສີມ​ບົດບາດ​ຂອງ​ເຈົ້າພາບ​ຮ່ວມ,ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ.ຜູ້​ແທນ​ຂອງບັນດາ​ປະ​ເທດ​ໄດ້​ຍ້ອງຍໍ​ຜົນສຳ​ເລັດ​ຂອງ​ງານ​ເອັກສ໌​ໂປ​ສອງ​ຄັ້ງ​ກ່ອນ​ໃນ​ລະດັບ​ສູງ​,​ໄດ້ຢືນຢັນ​ໂຄງຄວາມ​ຄຶດ​ຂອງວຽກ​ງານ,ການຈັດ​ວາ​ງການ​ເຄື່ອນ​ໄຫວ​ແລະ​ມາດ​ຕະການ​ດັດ​ແປ​ງຂອງ​ງານ​ເອັກສ໌​ໂປ​ຄັ້ງ​ທີ3ຢ່າງ​ເຕັມທີ່,​ເຫັນ​ວ່າ​ງານ​ເອັກສ໌​ໂປ​ຄັ້ງ​ທີ3ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໃຫຍ່​ກວ່າ​ເກົ່າ​ຢ່າງ​ແນ່ນອນ.