ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-18 17:20:53    
ຈີນ​ຍາດ​ແຍ່ງສະກັດ​ກັ້ນ​ທ່ວງ​ທ່າ​ທີ່​ດິນ​ຫັນ​ເປັນ​ທະ​ເລ​ຊາຍ​ຂະ​ຫຍາຍ​ກວ້າງ​ອອກ​ນັ້ນ​ໃນ​ຂັ້ນ​ພື້ນ​ຖານ​ໃນ​ປີ 2010

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ"​ປັກ​ກິ່ງ​ອີ​​ເລີ້​ຊີ້ນ​ປ້າວ":​ຮອດ​ປີ 2010, ຈີນ​ຈະ​ສະ​ກັດ​ກັ້ນ​ທ່ວງ​ທ່າ​ທີ່​ດິນ​ຫັນ​ເປັນ​ທະ​ເລ​ຊາຍ​ຂະ​ຫຍາຍ​ກວ້າງ​ອອກ​ນັ້ນ​ໃນ​ຂັ້ນ​ພື້ນ​ຖານ,​ຮອດ​ປີ​2020,​ທີ່​ດິນ​ທີ່​ຫັນ​ເປັນ​ທະ​ເລ​ຊາຍ​ປະ​ມານ​ເຄິ່ງ​ໜຶ່ງ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ບັງ​ເກີດ​ຜົນ,​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ໃນ​ເຂດ​ທີ່​ມີ​ທີ່​ດິນຫັນ​ເປັນ​ທະ​ເລ​ຊາຍນັ້ນ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຂ້ອນ​ຂ້າງ​ຫຼາຍ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້​ຂ່າວ​ດັ່ງກ່າວໃນ​ວັນ​ທີ 17​ມິຖຸນາ.

ຕາມ​ແຜນການ​ຂອງ​ລັດຖະບານ​ຈີນ,​ຮອດ​ປີ​2050,​ຈີນ​ຈະ​ຍາດ​ແຍ່ງ​ເຮັດ​ໃຫ້​ທີ່​ດິນທີ່​ຫັນ​ເປັນ​ທະ​ເລ​ຊາຍ​ທີ່​ສາມາດ​ປົວ​ແປງ​​ໄດ້ນັ້ນລ້ວນ​ແຕ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ,​ເຮັດ​ໃຫ້​ເສດຖະກິດ ສັງຄົມ​ແລະ​ຊີວະ​ພາບ​ພັດທະນາຢ່າງ​ກົມກຽວ​ກັນ.