ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-18 20:07:25    
ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຍ້ອງ​ຍໍ​ຈີນ​ອາ​ຟຼິກາ​ແມ່ນ​ເພື່ອນ​ທີ່​ດີ, ໝູ່​ຄູ່​ທີ່​ດີ​ແລະ​ອ້າຍ​ນ້ອງ​ທີ່​ດີ

cri Author: MO
ຕາມ​ຂ່າວCRI: ​​ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ຈະ​ໄປ​ຢ້ຽມຢາມ 7 ປະ​ເທດ​ອາ​ຟຼິກາ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 24 ມີ​ຖຸນາ. ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ 18 ມິຖຸນາ​​ໄດ້ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ, ຂະຫຍາຍ​ການ​ພົວພັນ​ຄູ່​ຂາ​ທີ່​ມີ​ໄມຕີ​ຈິດ​ດ້ວຍ​ຄວາມຈິງ​ໃຈ ສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍ​ດ, ສາມັກ​ຄີຮ່ວມ​ມື​ກັນ, ​ແລະ​ພ້ອມ​ກັນ​ພັດທະນາ​ກັບປະ​ເທດ​ອາ​ຟິຼການັ້ນ​ແມ່ນ​ທິດ​ທາງ​ການ​ຕ່າງປະ​ເທດ​ທີ່​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​​ເດັດຂາດຂອງ​ລັດຖະບານ​ຈີນ​. ຈີນ​ອາ​ຟຼິກາ​ໄດ້​ກາຍ​ເປັນ​ເພື່ອ​ນມິດ​ທີ່ດີ​ຢ່າງຮອບດ້ານ, ​ຄູ່​ຂາ​ທີ່​ດີ​ທີ່​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ແລະ​ອ້າຍ​ນ້ອງ​ທີ່​ດີ​ປານຮ່ວມ​ອຸທອນ.

ບົດ​ຄວາມຂຽນ​ວ່າ, ນະ​ໂຍບາຍ​ຕໍ່​ອາ​ຟຼິກາ​ຂອງຈີນ​​ແມ່ນ​ສ້າງຂຶ້ນ​ບົນ​ພື້ນຖານ​ແຫ່ງ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ທີ່​ຮ່ວມ​ກັນ​ແລະ​ຍາວ​ໄກ​ຂອງ​ຈີນ​ອາ​ຟຼິກາ, ບໍ່ຫ່ອນ​ຈະ​​ແປ​ປ່ຽນ​ຍ້ອນ​ສະຖານະ​ການ​ຂອງ​ໂລກ​ແລະ​ການ​ປ່ຽນ​ແປງ​ຂອງ​ສະພາບ​​ໃຜລາວ.